ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-06 10:59:51    
ທູດ​ພິ​ເສດ​ບັນຫາ​ຕາ​ເວັນ​ອອກ​ກາງຂອງ​ຈີນ​ຮຽກຮ້ອງ​​ໃຫ້​ປາ​ເລັສຕີນ​ອິສລາ​ແອນ​ສ້າງ​ບັນຍາກາດ​ອັນ​ເຫ​ມາະສົມ​ເພື່ອຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ

cri

ຕາມ​ຂ່າວCRI ​ວັນ​ທີ 5 ​ເມສາ ຢູ່​ທີ່​ເລີ​ແກ  ທ່ານ​ວາງ​ຊື້​ເຈຍ ທູດ​ພິ​ເສດ​ບັນຫາ​ຕາ​ເວັນ​ອອກ​ກາງຂອງ​ຈີນ​ທີ່​ພວມ​ຢ້​ຽມຢາມ​ເອຢິບ​ໄດ້​ອອກ​ຖະ​ແຫຼ​ງການ  ຮຽກຮ້ອງ​ໃຫ້​ປາ​ເລັສຕີນ​ອິສລາ​ແອນ​ປະຕິບັດຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ 4 ຝ່າຍ​ຕາ​ເວັນ​ອອກ​ກາງ​ທີ່​​ເມື​ອງຊາມ​ເຊ​ອິກ​ໃນ​ເດືອນ​ກຸມພາ​ປີ​ນີ້,ສ້າງ​ບັນຍາ​ກາດ​ອັນ​ເຫມາະ​ສົມ​ເພື່ອຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສລາ​​ແອນ

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ເລີ​ແກ  ທ່ານ​ວາງ​ຊື້​ເຈຍ​ກ່າວ​ວ່າ ປາ​ເລັສຕີນ​ແລະ​ອິສລາ​ແອນຕ່າງ​ໄດ້​ຢາກ​ຈັດການ​ເຈລະຈາ​ສັນຕິພາບ​ຄືນ​ໃຫມ່​ໃນ​ມໍ່ໆ​ນີ້ ​ແຕ່​ພ້ອມ​ກັນ​ນັ້ນ​ຍັງປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ການ​ທ້າ​ທາຍຫຼາຍຢ່າງ,​ ຄວາມ ສະຫງົບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສລາ​ແອນ​ໃນສະ​ເພາະ​ຫນ້າ​ນີ້​ຍັງ​ອ່ອນ​ແອ​ທີ່​ສຸດ ຕ້ອງການ​ໃຫ້​ສອງ​ຝ່າຍ​ພະຍາຍາມຮັກສາ,ທ່ານ​ເຕືອນ​ໃຫ້​ສອງ​ຝ່າຍພ້ອມ​ກັນ​ພະຍາຍາມ​ຮັກສາ​ທ່ວງທ່າ​ທີ່​ດີ​ຂອງ​ຂະ​ບວນວິວັດ​ສັນຕິພາບ​ໃນ​ສະ​ເພາະ​ຫນ້າ​ນີ້