|
 |
(GMT+08:00)
2005-04-07 10:16:53
|
 |
ອົງການອະນາໄມໂລກປະກາດບົດລາຍງານສາທາລະນະສຸກໂລກປີ 2005
cri
Author: li
ຕາມຂ່າວ CRI: ວັນທີ 7 ເມສາ ຢູ່ເຊີແນວ ອົງການອະໄນໂລກໄດ້ປະກາດບົດລາຍງານສາທາລະນະສຸກໂລກປີ 2005,ຮຽກຮ້ອງໃຫ້ລັດຖະບານບັນດາປະເທດແລະປະຊາຄົມໂລກເອົາໃຈໃສ່ບັນຫາສຸຂະພາບຂອງແມ່ແລະເດັກຫຼາຍກວ່າເກົ່າ,ຕັ້ງໜ້າຊຸກຍູ້ການບໍລິການຮັກສາສຸຂະພາບໃຫ້ແມ່ແລະເດັກ.
ວັນທີ 7 ເມສາແມ່ນວັນອະນາໄມໂລກ,ໃນມື້ນັ້ນ ອົງການອະນາໄມໂລກໄດ້ປະກາດບົດລາຍງານເລື່ອງ"ຖະໜອມຮັກແພງແມ່ແລະເດັກທຸກຄົນ",ໄດ້ວິໄຈສະພາບສຸຂະພາບຂອງແມ່ມານ,ແມ່ລູກອ່ອນ,ເດັກແດງແລະເດັກນ້ອຍໃນທົ່ວໂລກ,ຊີ້ອອກວ່າ,ການເປັນພະຍາດໃນໄລຍະຖືພາແລະປະສູດລູກນັ້ນແມ່ນມູນເຫດຕົ້ນຕໍທີ່ສຸດທີ່ພາໃຫ້ແມ່ຍິງໃນໄວຈະເລີນພັນຂອງປະເທດພວມພັດທະນາໃນປັດຈຸບັນຕາຍໄປ. ໃນເດັກນ້ອຍເກີດໃໝ່ 136 ລ້ານຄົນແຕ່ລະປີໃນໂລກ ນອກຈາກ 3 ລ້ານ 3 ແສນຄົນເກີດອອກມາບໍ່ດົນກໍຕາຍໄປແລ້ວ,ໃນແຕ່ລະປີ ຍັງມີເດັກນ້ອຍຫຼວງຫຼາຍຕາຍຍ້ອນພະຍາດຕ່າງໆ,ຂາດທາດບຳລຸງແລະທຸກຍາກເປັນຕົ້ນ.
ບົດລາຍງານຮຽກຮ້ອງໃຫ້ລັດຖະບານບັນດາປະເທດເພີ່ມການລົງທຶນເຂົ້າໃນສຸຂະພາບຂອງແມ່ແລະເດັກ,ແລະຮຽກຮ້ອງປະເທດພັດທະນາຊ່ອຍເຫຼືອແລະສະໜັບສະໜູນປະເທດພວມພັດທະນາໃນຂົງເຂດຕ່າງໆເຊັ່ນການເງິນ,ເຕັກນິກແລະການອົບຮົມພື້ນຖານສາທາລະນະສຸກເປັນຕົ້ນ.
|
|
|