|
 |
(GMT+08:00)
2005-04-11 10:40:35
|
ທູດຈີນປະຈຳຫວຽດນາມໄປໂຄລົບສຸສານຊາວຈີນຜູ່ເສຍສະຫລະໃນການຊ່ອຍເຫລືອຫວຽດນາມ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 9 ຫາວັນທີ 10 ເມສາ ພະນັກງານໃນສະຖານທູດຈີນປະຈຳຫວຽດນາມໄດ້ໄປແຂວງລາງເຊີນທີ່ພາກເຫນືອຫວຽດນາມ, ເພື່ອໂຄລົບສຸສານຊາວຈີນຜູ່ເສຍສະຫລະໃນການຊ່ອຍເຫລືອຫວຽດນາມຢູ່ແຫ່ງນັ້ນ.
ປະທານຄະນະກຳມະການປະຊາຊົນແຂວງລາງເຊີນເວົ້າວ່າ, ລູກຫລານຜູ່ດີເລີດຂອງປະຊາຊົນຈີນໄດ້ອຸທິດຊີວິດເພື່ອໄຊຊະນະຂອງສົງຄາມ ຕໍ່ຕ້ານຝຣັ່ງແລະຕໍ່ຕ້ານອາເມລິກາຂອງປະຊາຊົນຫວຽດນາມ,ປະຊາຊົນຫວຽດນາມບໍ່ຫ່ອນຊິຫລົງລືມປະຊາຊົນຈີນທີ່ໄດ້ໃຫ້ການສະຫນັບສະຫນູນແລະການຊ່ອຍເຫລືອອັນລ້ຳຄ່າແກ່ພວກເຂົາເຈົ້າ.
ໃນສົງຄາມຫວຽດນາມຕໍ່ຕ້ານຝຣັ່ງແລະຕໍ່ຕ້ານອາເມລິກາ,,ຊາວຈີນ1400 ກວ່າຄົນທີ່ຊ່ອຍເຫລືອຫວຽດນາມໄດ້ອຸທິດຊີວິດໃນພາລະກິດອັນເປັນທຳຂອງປະຊາຊົນຫວຽດນາມ, ພວກເຂົາເຈົ້າຖືກຝັງຢູ່ສວນສຸສານວິລະຊົນ 50 ກວ່າແຫ່ງທີ່ຢູ່ພາກເຫນືອແລະພາກກາງຫວຽດນາມ.
|
|
|