ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-12 16:59:36    
ອົງການ​ສະຫະ​ປະຊາ​ຊາດ​​ສະຫນັບສະຫນູນ​ຂະ​ບວນວິວັດ​ການ​ເມືອງ​ອີຣັກ

cri

ຕາມ​ຂ່າວສານ​ຊິນ​ຮວາ  ວັນ​ທີ 11 ​ເມສາ  ສະພາ​ຄວາມ​ຫມັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ປະທານ ຊົມ​ເຊີຍ​ຄວາມ​ຄືບ​ຫນ້າ​ອັນຕັ້ງ​ຫນ້າ​ຂອງ​ສະຖານະ​ການ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ອີຣັກ​ໃນ​ສະ​ເພາະ​ຫນ້ານີ້  ກ່າວ​ລຶ້ມວ່າ​ອົງການ​ສະຫະ​ປະຊາ​ຊາດ​ຍິນ​ດີ​ສະຫນອງ​ການ​ຊ່ອຍ​ເຫຼືອ​ໃຫ້​ແກ່​ຂະ​ບວນວິວັດ​ການ​ເມືອງ​ອີຣັກ


ຖະ​ແຫຼ​ງການທີ່ອ່ານ​ໂດຍ​ທ່ານ​ວາງ​ກວາງ​ຢ້າ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດທີ່​ເປັນປະທານ​ຝຽນ​ເດືອນ​ເມສາ​ຂອງ​ສະພາ​ຄວາມ​ຫມັ້ນຄົງ​ ຂຽນ​ວ່າ ສະພາ​ຄວາມ​ຫມັ້ນຄົງ​ສະຫນັບ ສະຫນູນ​ຂໍ້​ສະ​ເຫ​ນີຂອງ​ທ່ານ​ຄາ​ຈີ ທູດ​ພິ​ເສດ​ບັນຫາ​ອີຣັກຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ເພີ່ມ​ຄວາມ​ແຮງ​ຂອງວ​ຽກງານອົງການ​ສະຫະ​ປະຊາ​ຊາດ​ຢູ່​ເມືອງ​ອາ​ບີ​ເອີ​ແລະ​ເມືອງ​ບັສລາ​ຂອງ​ອີຣັກ,​ແລະ​ຍິນ​ດີ​ສະຫນອງ​ການ​ຊ່ອຍ​ເຫຼືອ​ໃຫ້​​​ແກ່​ຂະ​ບວນວິວັດ​ສ້າງ​ລັດຖະທຳ​ມະນູນ​ຂອງ​ອີຣັກພາຍ​ໃຕ້​ຄຳ​ຮ້ອງ​ຂໍ​ຂອງ​ລັດຖະບານ​ອີຣັກ