ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-21 17:06:44    
ທູດ​ພິ​ເສດສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ວຽກ​ງານ​ສປປ​ເກົາ​ຫຼີ​ຖືກ​ຢຸດ​ຕຳ​ແໜ່ງ​ຍ້ອນ​ຖືກ​ສົງ​ໄສ​ກ່ຽວ​ພັນ​ເຖິງ​ຄະ​ດີ​​ເສຍ​ທາດ​ຂາດ​ຄຸນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່​ນິວ​ຢອກ​ໃນ​ວັນທີ 20 ເມສາ ທ່ານ​ດູຈາຣິກ ໂຄສົກອົງການ​ສະຫະ​ປະຊາຊາດ​ກ່າວວ່າ,ທ່ານ​ໂມ​ລິສ ສະຕຼັງ ທູດ​ພິ​ເສດ​ອົງການ​ສະຫະ​ປະຊາ​ຊາ​ດກ່ຽວ​ກັບວຽກ​ງານ​ສປປ​ເກົາຫຼີ​ໄດ້​ຖືກ​ຢຸດ​ຕຳ​ແໜ່ງ​ຊົ່ວຄາວ​ຍ້ອນ​ຖືກ​ສົງ​ໄສ​ມ້ວນ​ເຂົ້າ​ຄະດີ​​ເສຍ​ທາດ​ຂາດ​ຄຸນ​ໃນ​ແຜນ​ການ"​ເອົາ​ນ້ຳມັນ​ເຊື້ອ​ໄຟ​ແລກປ່ຽນ​ອາຫານ"ຂອງ​ອີຣັກ.

ທ່ານ​ດູ​ຈາຣິກ​ເວົ້າວ່າ,ກ່ອນ​ການ​ພົວພັນ​ລະຫວ່າງ​ທ່ານ​ສະຕັຼງ​ກັບ​ທ່ານ​ປັກ​ທົງ​ຊູນ ພໍ່ຄ້າ​ສ.​ເກົາຫຼີ​ຖືກ​ສຳຫຼວດ​ຈະ​ແຈ້ງ,ທ່ານ​ສະຕັຼງຈະ​ຖືກ​ຢຸດ​ຕຳ​ແໜ່ງ​ໂດຍ​ຕະຫຼອດ.

​ໃນ​ອາທິດ​ແລ້ວ​ນີ້ ທ່ານ​ປັກ​ທົງ​ຊູນ​ຖືກ​ກ່າວ​ຫານຳ​ໃຊ້​ທຶນ​ກ້ອນ​ໃຫຍ່​ທີ່​ໄດ້​ຮັບ​ຈາກ​ລັດ​ຖະບານ​ຊັດ​ດາມ​ແລ້ວ​ໃຫ້​ສິນ​ບົນ​ແກ່​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ຊຸມ​ປີ 90 ສະຕະວັດ​ແລ້ວ​ນີ້,​ເພື່ອ​ບັນລຸ​ເປົ້າໝາຍ​ທຳລາຍ​ແຜນການ"​ເອົາ​ນ້ຳມັນ​ເຊື້ອ​ໄຟ​ແລກປ່ຽນ​ອາຫານ".