ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-22 20:31:15    
ອິສລາ​ແອນ​ປະກາດ​ເລື່ອນ​ເວ​ລາ​ປະ​ຕິ​ບັດ​ແຜນ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ

cri Author: li
ຕາມ​ຂ່າວCRI: ຕອນ​ກາງຄືນ​ວັນ​ທີ 21 ​ເມສາ ຫ້ອງການ​ຂອງ​ທ່ານ​ຊາ​ລອນ ນາຍົກລັດຖະມົນ​ຕີ​ອິສລາ​ແອນ​ປະກາດ​ວ່າ,​ເລື່ອນ​ເວລາ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ໄປ​ອີກ​ສາມ​ອາທິດ.

ກ່ອນ​ໜ້າ​ນີ້ ບຸກຄົນ​ສາສະໜາ​ຢິວຊີ້​ອອກ​ວ່າ,ອີງ​ຕາມ​ການ​ກຳນົດ​ຂອງ​ສາສະໜາ​ຢິວ,​ໃນ​ໄລຍະ​ຈັດການ​ເຄື່ອນ​ໄຫວ​ໄວ້ອາ​ໄລ​ໂບດ​ສັກກະ​ລະ​ບູຊາ​ຂອງ​ສາສະໜາ​ຢິວຖືກ​ທຳ​ລາຍ​ທີ່​ຈະ​ດຳ​ເນີນ​​​ເປັນ​ເວລາ​ສາມ​ອາທິດ​ກ່ອນ​ວັນ​ທີ 14 ສິງຫານັ້ນ ບໍ່​ຄວນ​ຍ້າຍ​​ຜູ້​ຢູ່​ຈຸດ​ຕັ້ງຖິ່ນ​ຖານ

ນອກ​ນັ້ນ ຂ່າວ​ແຈ້ງ​ຂ່າວ​ວ່າ,ຕອນ​ຄ່ຳ​ວັນ​ທີ 21 ​ເມສາ ທ່ານ ​ໂມ​ຟາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ໄດ້​ປຶກສາ​ຫາລື​ກັບ​ທ່ານ ຕາ​ຣານ ລັດຖະມົນຕີ​ກະຊວງ​ການ​ປົກຄອງຂອງ​ລັດ​ຖະ​ບານປາ​ເລັສ​ຕິນ​ປົກຄອງ​ຕົນ​ເອງກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ປະສານ​ງານ​ໃນ​ການ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ. ​

ນອກ​ນີ້ ວັນ​ທີ 21 ​ເມສາ ທ່ານ​ເປ​​ເລັສ ຮອງ​ນາຍົກ​ລັດຖະມົນຕີ​ອິສຣາ​ແອນ​ຍັງ​ໄດ້​ເຈລະຈາ​ກັບ​ທ່ານ​ຄູ​ໄລ ນາຍົກ​ລັດຖະມົນຕີ​ລັດຖະບານ​ປົກຄອງ​ຕົນ​ເອງ​ຂອງ​ປາ​ເລັສຕີນ.