ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Saturday    Apr 26th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-23 11:56:23    
ທ່ານ​ຫູ​ຈີນ​ທາວ​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາ​ຫານຄ່ຳ​ທີ່​ທ່ານ​ຊູ​ຊີ​ໂລ ປະ​ທາ​ນາ​ທີ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຈັດ​ຂຶ້ນ​ເພື່ອ​ຕ້ອນ​ຮັບ​ຜູ້​ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ອາ​ຟຼີ​ກາ

cri Author: huahcunmei
ຕາມຂ່າວ CRI, ວັນ​ທີ 22 ​ເມສາ, ຢູ່​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ, ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ອັນ​ໂຫຍ່​ໂຕ​ທີ່​ທ່ານ​ຊູ​ຊີ​ໂລ​ ປະ​ທາ​ນາ​ທິ​ບໍ​ດີ​ອິນ​​ໂດ​ເນ​​ເຊຍ​ຈັດ​ຂຶ້ນ​ເພື່ອ​ຕ້ອນ​ຮັບ​ຜູ້​ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ອາ​ຟຼິ​ກາ.

ຕອນເຊົ້າວັນ​ທີ 22 ​ເມສາ ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ອາ​ຟຼີ​ກາ​ປີ 2005 ​ໄດ້​ໄຂ​ຂຶ້ນ​ຢູ່​ຢາ​ກາກ​ຕາ ນະ​ຄອນ​ຫລວງ​ອິນ​ໂດ​ເນ​ເຊຍ. ຜູ້​ນຳ​ຫລື​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຂອງ 100 ກວ່າ​ປະ​ເທດພ້ອມ​ດ້ວຍ​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ. ​ຫຼັງ​ຈາກ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ອາ​ຟຼີ​ກາ​ຄັ້ງ​ທຳ​ອິດ​50 ປີ​ແລ້ວ,​ ຜູ້​ນຳ​ຂອງ​ປະ​ເທດ​ອາ​ຊີ​ອາ​ຟຼີ​ກາ​ໄດ້​ຈັດ​ກອງ​ປະ​ຊຸມ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາ​ດັ່ງ​ກ່າວ​ຢູ່​ອິນ​ໂດ​ເນ​ເຊຍ​ອີກ​ເທື່ອ​ໜຶ່ງ​.

​ແຕ່​ວັນ​ທີ 18 ຮອດ​ວັນ​ທີ 24 ​ເມສາ ປີ 1955 , ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ອາ​ຟຼີ​ກາ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ບັນ​ດຸງ​ທີ່​ອິນ​ໂດ​ເນ​ເຊຍ, ຜູ້​ແທນ​ທີ່​ມາ​ຈາກ 29 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ. ​ນັ້ນ​ແມ່ນ​ກອງ​ປະ​ຊຸມ​ສາ​ກົນ​ທີ່​ຫາ​ລື​ບັນ​ຫາ​ສຳ​ຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ບັນດາ​ປະ​ເທດ​ອາຊີ​ອາ​ຟຼິກາ ເຊິ່ງ​ປະ​ເທດ​ອາ​ຊີ​ອາ​ຟຼີ​ກາ​ລິ​ເລີ່ມ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040