ນັກທ່ອງທ່ຽວຂອງຈີນເກີດອຸບັດຕິເຫດລົດຂວ້ຳຢູ່ລາວ, 6 ຄົນເສຍຊີວິດ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 23 ເມສາ, ສະຖານທູດຈີນປະຈຳລາວຢືນຢັນວ່າ, ຄະນະທ່ອງທ່ຽວປະມານ 10 ຄົນທີ່ມາຈາກແຂວງຢຸນນານຈີນໄດ້ເກີດອຸບັດຕິເຫດລົດຂວ້ຳຢູ່ແຂວງວຽງຈັນແຫ່ງສປປລາວໃນວັນທີ 21 ເມສາ, ມີ 6 ຄົນເສຍຊີວິດ, 3 – 4 ຄົນບາດເຈັບ.
ຕາມການວິເຄາະໃນເບື້ອງຕົ້ນ, ອຸບັດຕິເຫດນີ້ເກີດຂຶ້ນຍ້ອນທາງບໍ່ດີ.
ພາຍຫລັງເກີດອຸບັດຕິເຫດແລ້ວ, ສະຖານທູດຈີນປະຈຳລາວໄດ້ດຳເນີນການກອບກູ້ແລະຢື້ຢາມຖາມຂ່າວໃນທັນທີ. ໃນຂະນະດຽວກັນນີ້, ສະຖານທູດຈີນຍັງໄດ້ຊອກຫາວິທີຕິດຕໍ່ກັບຄອບຄົວຂອງຜູ້ປະສົບເຄາະຮ້າຍ, ເພື່ອແກ້ໄຂບັນຫາຫລັງເຫດການ.
|
|