ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-23 18:57:32    
ທ່ານ​ຫູ​ຈີນ​ທາວ​ຫວັງ​ໃຫ້​ຊູ​ກຍູ້​ການ​ພົວພັນ​ຈີນ​ມຽນມາ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 23 ​ເມສາ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ທີ່​ພວມເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ອາ​ຟຼິກາ​ຢູ່​ຢາ​ກາກ​ຕາ​ແຫ່ງ​ອິນ​ໂດ​ເນ​ເຊຍ ​ໄດ້​ພົບ​ປະ​ທ່ານ​ດານ​ສະ​ເວ ປະທານ​ຄະນະ​ກຳມະການ​ສັນຕິພາບ​ແລະ​ການພັດທະ​ນາ​ມຽນມາ, ທ່ານຫູ​ຈິນທາວ​ກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ເພື່ອນ​ມຽນມາ, ສືບ​ທອດ​ມູນ​ເຊື້ອ​ມິດຕະພາບ​ລະຫວ່າງ​ຈີນ​ມຽນມາ, ​ຊຸກ​ຍູ້ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໃຫ້ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ດານ​ສະ​ເວ​ຍັງ​ໄດ້​ສະ​ເໜີ​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ມຽນມາ​ໃຫ້​ທ່ານ​ຫູ​ຈີນ​ທາວ​ຊາບ. ທ່ານ​ຫູ​ຈິນທາວ​ກ່າວ​ວ່າ, ​ໃນ​ຖານ​ເປັນປະ​ເທດ​ເພື່ອນ​ບ້ານ​​ໃກ້​ຄຽງ, ຈີນ​ສະໜັບສະໜູນ​ລັດຖະບານ​ມຽນມາ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຊາດ, ຊຸກ​ຍູ້​ການ​ປອງ​ດອງ​ຊາ​ດ, ​​ແລະ​​ເປີດ​ກວ້າງ​ການ​ໄປມາຫາ​ສູ່​ກັນ​ກັບ​ພາຍ​ນອກ.