ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-24 21:00:13    
ທ່ານ​ຫູ​ຈີນ​ທາວ​​​ແຍກ​ອອກ​ພົບ​ປະ​ທ່ານ​ອານ​ນານ​ແລະ​ຜູ້​ນຳ​ຂອງ​ບາງ​ປະ​ເທດ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 23 ​ເມສາ, ຢູ່​ຢາ​ກາກ​ຕາ ນະຄອນຫລວງ​ອິນ​ໂດ​ເນ​​ເຊຍ, ທ່ານ​ຫູ​ຈິນທາວ ປະທານ​​ປະ​ເທດ​ຈີນ​ໄດ້​ແຍກ​ອອກ​ພົບ​ປະ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ແລະ​ຜູ້​ນຳ​ຂອງ​ບາງ​ປະ​ເທດ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊອາ​ຟຼິກາ.

ໃນ​ເວລາ​ພົບ​ປະ​ທ່ານ​ອານນານ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ການ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ອະພິປາຍແລະປຶກສາຫາ​ລືກັນ​ຢ່າງ​ເຕັມ​ສ່ວນ, ​ເພື່ອ​​ໃຫ້​ມີຄວາມ​ເຫັນ​ຄື​ກັນ​ຢ່າງ​ກວ້າງຂວາງ. ຈີນ​ເຫັນ​ດີ​ເພີ່ມ​ລັກສະນະ​ຕົວ​ແທນ​ຂອງ​ປະ​ເທດ​ພວມ​ພັດທະນາ.

ໃນ​ເວລາ​ພົບປະ​ທ່ານລັກ​ໂມ​ນົຟ ປະທານາທິບໍ​ດີ​ຕາ​ຊີ​ກີ​ສະ​ຕັງ, ທ່ານ​ຫູ​ຈີນ​ທາວໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຮ່ວມ​ມື​ພາຍ​ໃນ​ຂອບ​​ອົງການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ອົງການ​ສາກົນ​ອື່ນໆ.

ໃນ​ເວລາ​ພົບ​ປະ​ທ່ານ​ມານ​ໂມ​ຮານ ຊີງ ນາຍົກລັດຖະມົນຕີອິນ​ເດຍ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ສອງ​ປະ​ເທດ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຫັນ​ຄື​ກັນ​ກ່ຽວ​ກັບ​ຫລັກການ​ຊີ້​ນຳ​ດ້ານ​ການ​ເມືອງ​ໃນ​ບັນຫາ​ຊາຍ​ແດນ, ​ເພື່ອ​ສ້າງ​ພື້ນຖານ​ອັນ​ດີງາມ​​ໃຫ້​ແກ່​ການຊຸກ​ຍູ້​ການແກ້​ໄຂ​ບັນຫາ​ຊາຍ​ແດນ​ໃນ​ພາຍ​ໜ້າ.

ໃນ​ເວລາ​ພົບ​ປະ​ທ່ານ​ຕານ​ສະ​ເວ ປະທານ​ຄະນະ​ກຳມະການ​ສັນຕິພາບ​ແລະ​ການ​ພັດທະນາ​ມຽນມາ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຈີນ​ສະໜັບສະໜູນ​ລັດຖະບານ​ມຽນມາ​ທຳ​ຄວາມ​ພະຍາຍາມ​ເພື່ອຮັກສາ​ສະຖຽນ​ລະ​ພາບ​ຂອງ​ຊາດ, ຊຸກ​ຍູ້​ການ​ປອງ​ດອງ​ຊາດ, ​ແລະ​ເປີດ​ກວ້າງ​ການ​ໄປມາຫາ​ສູ່​ກັນ​ກັບ​ພາຍ​ນອກ.

ໃນ​ເວລາ​ພົບ​ປະ​ທ່ານ​ບາ​ເຊຍ ປະທານາທິບໍດີ​ຊູ​ດັງ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຈີນ​ສະໜັບສະໜູນ​ຂະ​ບວນວິວັດ​ສັນຕິພາບ​ຂອງ​ຊູ​ດັງ. ທ່ານ​ຍັງ​ກ່າວ​ລື້​ມຫລັກ​ໝັ້ນຫລັກການ​ຂອງ​ຈີນ​ໃນ​ບັນຫາ​ດາ​ຟູ.

ຜູ້ນຳ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ລ້ວນ​ແຕ່​ກ່າວ​ວ່າ, ຍິນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ກັບ​ຈີນ​ຕື່ມ​ອີກ, ຊຸກ​ຍູ້​ໃຫ້ການ​ພົວພັນ​ສອງ​ຕໍ່​ສອງ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.