ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-26 15:27:53    
ລັດ​ເຊຍ​ຊົມ​ເຊີຍ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ກັບ​ອາ​ຊຽນ​ຕິດ​ຕໍ່​ພົວພັນ

cri

ຕາມ​ຂ່າວສານ​ຊິນ​ຮວາ  ວັນ​ທີ 25 ​ເມສາ  ທ່ານ​ຢາ​ໂຄ​ແວນ​ໂຄ  ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ແວບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ວ່າ  ລັດ​ເຊຍ​ຊົມ​ເຊີຍ​ສຳນັກງານ​ເລຂາ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ກັບ​ສຳນັກງານ​ເລຂາ​ອາ​ຊຽນ​ເຊັນ​ບົດ​ບັນທຶກ​ຊ່ອຍຈຳ​ເຫັນ​​ໃຈກັນ​ຢູ່​ທີ່​ຢາ​ກາກ​ຕາ ນະຄອນຫຼວງ ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 21 ​ເມສາ


ທ່ານ​ຢາ​ໂຄ​ແວນ​ໂຄກ່າວ​ວ່າ ​ການ​ເຊັນບົດ​ບັນທຶກຊ່ອຍ​ຈຳ​ເຫັນ​ໃຈ​ກັນ​ດັ່ງກ່າວ​ແມ່ນ​ມາດ​ຕະການ​ສຳຄັນ​ທີ່​ຜັນ​ຂະຫຍາຍ​ຈິດ​ໃຈ​ຂອງ​ຄຳ​ຖະ​ແຫຼ​ງການ​ຕັສ​ເກນ​ທີ່​ຜູ່​ນຳ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ເຊັນ​ກັນ​ເມື່ອ​ປີ 2004 .


ທ່ານ​ຢາໂຄ​ແວນ​ໂຄ​ຊີ້​ອອກ​ວ່າ ບົດ​ບັນທຶກ​ຊ່ອຍ​ຈຳ​ເຫັນ​ໃຈ​ກັນ​ດັ່ງກ່າວ​ໄດ້​ກຳນົດ​ທິດພື້ນຖານ​ແລະ​ຂົງ​ເຂດຂອງ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ກັບ​ອົງການ​ປະຈຳ​ຂອງອາ​ຊຽນ,​ເຊິ່ງລວມທັງ​ເສດຖະກິດ ການ​ເງິນ ການທ່ອງ​ທ່ຽງ ການ​ອະນຸລັກ​ສິ່ງ​​ແວ​ດລ້ອມ​  ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການ​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ຊາດເປັນ​ຕົ້ນ