ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-26 15:35:47    
ອີຣັກ​​​ເລື່ອນ​ເວ​ລາ​ປະກາດ​ລາຍ​ຊື່​ຄະນະ​ລັດຖະບານ​ຊຸດ​ໃຫມ່​ອີກ​ເທື່ອ​ຫນຶ່ງ

cri

 ຕາມ​ຂ່າວສານ​ຊິນ​ຮວາ  ຍ້ອນວ່າ​ບັນດາພັກ​ຝ່າຍສຳຄັນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ຂອງ​ອີຣັກຍັງ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ແບ່ງ​ປັນ​ຕຳ​ແຫນ່​ງ ສຳຄັນ​ໃນງ​ລັດຖະບານ,ລາຍ​ຊື່​ຄະນະ​ລັດຖະບານ​ຊຸດ​ໃຫມ່​ຂອງ​ອີຣັກທີ່​​​ແຕ່ເດີມ​ອາດ​ຈະ​ປະກາດ​ໃນ​ວັນ​ທີ 25 ​ເມສານັ້ນຕ້ອງ​ເລື່ອນ​ເວລາ​ປະກາດ​ອີກ​ເທື່ອ​ຫນຶ່ງ


ວັນ​ທີ 25 ​ເມສາ ທ່ານ​ຈາ​ວາດ ອານ ມາລີ​ຄີ ສະມາຊິກ​ສະຫະພັນ​ສາມັກຄີ​ອີຣັກ​ເຊິ່ງ​ຖື​ບຸກຄົນ​ສາສະຫນາ​ຝ່າຍນິກາຍ​ຊີ​ອິດ​ເປັນ​ຫຼັກ ​ສະຫະພັນ​ການ​ເມືອງທີ່​ໃຫຍ່​ກວ່າ​ຫມູ່​ໃນສະພາ​ຂ້າມ​ຜ່ານ​ຂອງ​ອີຣັກ​ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ  ລາຍ​ຊື່​ຄະນະ​ລັດຖະບານ​ຊຸດ​ໃຫມ່​ອາດ​ຈະ​ປະກາດ​ໃນ​ວັນ​ທີ 26 ​ເມສາ
   ທ່ານ​ມາລີ​ຄີ​ໄດ້​ຕຳ​ນິຕິ​ຕຽນ​ສະຫະພັນ​ລາຍ​ຊື່​ອີຣັກທີ່​ນຳ​ໂດຍ​ທ່ານ​ອາ​ລາ​ວີ​ຮຽກ​ຄ່າ​ແພງ​ເກີນ​ໄປ,ຂາດ​ຄວາມ​ຈິງ​ໃຈ​ເຂົ້າ​ຮ່ວມ​ລັດຖະບານ​ຊຸດ​ໃຫມ່


 ແຕ່​ທ່ານຮຸດ​​ແຊນ ອານ ຊາດ ສະມາຊິກ​ລາຍ​ຊື່​ອີຣັກ​ໄດ້​ຕິຕຽນ​ຝ່າຍນິກາຍ​ຊີ​ອິດ​ແລະ​ສະຫະພັນ​​ເຄີ​ດດິສ​ຕັ້ງ​ແກ້ງ​ປັດ​ເຂ່ຍ​ສະຫະພັນ​ການ​ເມືອງ​ທີ່​ນຳ​ໂດຍ​ທ່ານ​ອາ​ລາ​ວີ ກ່າວ​ວ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ການເຮັດ​​ແນວ​ນີ້​ແມ່ນ​ກະທົບກະ​ເທືອ​ນຄວາມ​ປອງ​ດອງ​ກັນ​ຂອງ​ຊາດ