ຕາມຂ່າວCRI ວັນທີ 28 ເມສາ ກະຊວງການຕ່າງປະເທດສິງກະໂປໄດ້ປະກາດສານວ່າ ສິງກະໂປ ຍີ່ປຸ່ນ ລາວແລະກຳປູເຈຍໄດ້ເຊັນສັນຍາຮ່ວມມືພາກພື້ນອາຊີໃນການໂຈມຕີໂຈນທະເລແລະປຸ້ນສະດົມກ່ຳປັ່ນໃນວັນທີ 28 ເມສາຢູ່ທີ່ສິງກະໂປ
ສານຂຽນວ່າ ຈຸດປະສົງຂອງສັນຍາດັ່ງກ່າວແມ່ນພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນແລະອາຊຽນກັບຈີນ ຍີ່ປຸ່ນ ສ.ເກົາຫຼີ ອິນເດຍ ສີລັງກາແລະບັງກະລະເດັດເປັນຕົ້ນ ພ້ອມກັນໂຈມຕີການກະທຳຂອງໂຈນທະເລ
ອີງຕາມສັນຍາດັ່ງກ່າວ ປະເທດເຊັນສັນຍາຈະຕັ້ງສູນຊົມໃຊ້ຂໍ້ມູນຂ່າວສານຢູ່ສິງກະໂປ ເພີ່ມທະວີການແລກປ່ຽນແລະທຳຄວາມເຂົ້າໃຈກັນດ້ານຂໍ້ມູນຂ່າວສານເຊິ່ງກັນແລະກັນ
|