ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-01 20:34:03    
ທະ​ຫານ​ອາ​ເມ​ລິ​ກາ​ທີ່​ຍິງ​ພະ​ນັກ​ງານ​ຂ່າວ​ກອງ​ອີ​ຕາ​ລີ​ຕາຍ​ນັ້ນ​ບໍ່​ຖືກ​ລົງ​ໂທດ​ທາງ​ລະ​ບຽບ​ວິ​ໄນ

cri

ຕາມ​ຂ່າວCRI: ວັນ​ທີ 30 ​ເມສາ​ຢູ່​ແບກ​ແດກ, ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີຣັກ​ໄດ້​ປະກາດ​ບົດ​ລານ​ງານ​ສຳຫຼວດກ່ຽວ​ກັບ​ເຫດການ​ທີ່​ທ່ານ ກາລີ​ພາ​ລີ ພະ​ນັກ​ງານ​ຂ່າວ​ກອງ​ອີ​ຕາ​ລີ​ຖຶກທະຫານ​ອາ​ເມ​ລິ​ກາ​ຍິງ​ຕາຍ, ບົດ​ລາຍ​ງານ​ຂຽນ​ວ່າ​ທະ​ຫານ​ອາ​ເມ​ລິ​ກາ​ຍິງ​ປືນນັ້ນ​ແມ່ນ​ປະຕິບັດ​ຕາມ​ລະບຽບ, ສະ​ນັ້ນ​ບໍ່​ຄວນ​ຖຶກລົງ​ໂທດ​ທາງ​ລະບຽບ​ວິ​ໄນ.

​ພ້ອມ​ກັນ​ນັ້ນບົດ​ລາຍ​ງານ​​ຊີ້​ອອກ​ວ່າ, ຖ້າ​ຝ່າຍ​ອີ​ຕາ​ລິ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ກັບ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ກ່ອນ​ຊ່ອຍ​ກອບກູ້​ນັກ​ຂ່າວ​ເພດ​ຍິງ​ທີ່​ຖືກ​ລັກພາ​ຕົວ, ​ໂສກ​ບາດ​ຕະ​ກຳ​ດັ່ງ​ກ່າວ​ກໍ່​ຈະ​ຫຼີກ​ເວັ້ນ​ໄດ້.

ຕາມ​ຊາບ​ວ່າ, ທ່ານ ຢອນ ວາ​ອິນ​ສ໌ ຜູ່​ບັນຊາ​ການ​ສູງ​ສຸດ​ຂອງ​ກອງ​ທະຫານ​ໜ້າດິນອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ອະນຸຍາດ​ບົດ​ລາຍ​ງານ​ດັ່ງກ່າວ. ວັນ​ທີ 29 ​ເມສາ, ອາ​ເມ​ລິ​ກາ​ແລະ​ອີ​ຕາ​ລີ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມວ່າ, ການ​ສຳ​ຫຼວດ​ຮ່ວມ​ຂອງ​ສອງ​ຝ່າຍ​ກ່ຽວ​ກັບ​ເຫດ​ການ​ຍິງ​ປືນ​ໄດ້​ສິ້ນ​ສຸດ​ລົງ, ​ແຕ່​ສອງ​ຝ່າຍ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ​ໃນ​ຫຼາຍ​ບັນ​ຫາ. ປັດ​ຈຸ​ບັນ, ລັດ​ຖະ​ບານ​ອີ​ຕາ​ລີ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ຕໍ່​ເຫດ​ການ​ດັ່ງກ່າວ​ຢ່າງເປັນ​​ອິດ​ສະ​ຫຼະກ