ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-02 20:04:24    
ອີ​ຕາ​ລີ​ຈະ​ປະກາດ​ບົດ​ລາຍ​ງານ​ສຳ​ຫລວດ​ຄະດີ​ພະນັກງານ​ຂ່າວ​ກອງ​ອີ​ຕາ​ລີ​ຖືກ​ທະຫານ​ອາ​ເມ​ລິ​ກາ​ຍິງ​ຕາຍຢູ່​ອີຣັກ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 1 ພຶດສະພາ, ລັດຖະບານ​ອີ​ຕາ​ລີ​ທຳ​ການ​ຕົກລົງ​, ປະກາດບົດ​ລາຍ​ງານ​ສຳ​ຫລວດ​ຄະດີທີ່ພະນັກງານ​ຂ່າວ​ກອງ​ອີ​ຕາ​ລີ​ຖືກ​ທະຫານອາ​ເມ​ລິ​ກາ​ຍິງ​ຕາຍ​ຢູ່​ອີຣັກນັ້ນ​ໃນ​ວັນ​ທີ 2 ພຶດສະພາ, ​ເພຶ່ອກ່າວ​ຕີ​ໂຕ້​ຄຳ​ພິຍານ​ທີ່​ຝ່າຍ​ອາ​ເມ​ລິ​ກາສະ​ເໜີ​​ໃຫ້.

ຕາມ​ຊາບ​ວ່າ, ​ໃນ​ບົດ​ລາຍ​ງານ​ດັ່ງກ່າວ, ​ມີ​ຫລັກ​ຖານ​ຢືນຢັນ​ວ່າ, ຝ່າຍ​ທະຫານ​ອາ​ເມ​ລິ​ກາ​ໄດ້​ທຳລາຍ​ບ່ອນ​ເກີດ​ເຫດ​ຫລັງ​ເຫດການ.

ແຕ່​ບຸກຄົນ​ອີ​ຕາ​ລີ​ທີ່​ເຂົ້າຮ່ວມ​ວຽກ​ງານ​ສຳ​ຫລວດ​ຄະດີ​ດັ່ງກ່າວ​ແຈ້ງ​ຕໍ່​ສື່​ມວນ​ຊົນ​ວ່າ, ຄຳພິຍານ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ມີ​ຄວາມ​ຂັດ​ກັນ​ເອງ, ຂໍ້​ປີກ​ຍ່ອຍ​ຫລາຍ​ຂໍ້​ແມ່ນ​ເຊື່ອ​​ໃຈບໍ່​ໄດ້.

ວັນ​ທີ 4 ມີນາ, ຢູ່​ແບກ​​ແດດ ​​ພະນັກ​ງານ​ຂ່າວ​ກອງ​ອີ​ຕາ​ລີ​ຜູ້​ໜຶ່ງ​ຮັກສາສົ່ງ​ນັກ​ຂ່າວ​ເພດ​ຍິງ​ອີ​ຕາ​ລີ​ທີ່​ຫາ​ກໍ​​ໄດ້​ຮັບ​ການ​ປ່ອຍ​ຕົວ​ຈາກ​ຜູ້​ປະກອບ​ອາວຸດ​ອີຣັກ​ໄປ​ເດີ່ນຍົນ​​ເພື່ອ​ກັບ​ຄືນ​ປະ​ເທດ, ​ແຕ່​ຢູ່​ກາງ​ທາງ, ພະນັກງານ​ຂ່າວ​ກອງ​ອີ​ຕາ​ລີ​ຖືກ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຍິງ​ຕາຍ.