ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 16:50:54    
ອິສລາ​ແອນ​ເຊົາ​ການ​​ປ່ອຍ​ຕົວຊາວ​ປາ​ເລັສຕິນທີ່​ຖືກ​ກັກ​ຂັງ​ນັ້ນ​ຊົ່ວຄາວ

cri Author: huachunmei
ຕາມຂ່າວ CRI, ວັນ​ທີ 8 ພຶດສະພາ, ​ໃນ​ກອງ​​ປະຊຸມ​ຄະນະ​ລັດຖະບານ​ປະຈຳ​ອາທິດ, ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສລາ​ແອນ​ເວົ້າວ່າ, ກ່ອນ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິ​ນປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ ປົດ​ອາວຸດຂອງ​ອົງການ​ປະກອບ​ອາວຸດ​ປາ​ເລັສຕິນນັ້ນ, ອິສລາ​ແອນ​ບໍ່​ຫ່ອນຊິ​​ປ່ອຍຕົວ​ນັກ​ໂທດ​ປາ​ເລັສຕິນອີກ.

​ນອກ​ນີ້, ຂ່າວ​ແຈ້ງ​ອີກ​ວ່າ, ຄະນະ​ກຳມະການ​ເຈລະຈາ​ຂອງ​ອິສລາ​ແອນ​​ແລະ​ປາ​ເລັສຕິນຈະ​ພົບ​ປະ​ເຈລະ​ຈາ​ອີກ​ກ່ຽວ​ກັບ​ບັນຫາ​ທີ່​ອິສລາ​ແອນ​ປ່ອຍ​ຕົວ​ນັກໂທດ​ປາ​ເລັສຕິນ 400 ຄົນ.

ວັນ​ທີ 8 ພຶ​ດສະພາ, ທ່ານ​ເກ​ອິດ ລັດຖະມົນ​ຕິ​ການ​ຕ່າງປະ​ເທດ​ເອຢິບ​ເວົ້າວ່າ, ການ​ຕົກລົງ​ຂອງ​ຝ່າຍ​ອິສລາ​ແອນ​ແມ່ນ​ຢຸດ​ການ​ປະຕິບັດ ການຈັດ​ວາງ​ຢ່າງເປັນ​ລະບົບ​​ເພື່ອ​ຜ່ອນຄາຍ​ສະຖານະ​ການ ​ເຊິ່ງ​ປາ​ເລັສຕິ​ນ​ແລະ​ອິສລາ​ແອນກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ໃນກອງ​ປະຊຸມ​ສຸດ​ຍອດຊາມ​ແອນ​ເຊັກ, ນີ້​ຈະ​ຂົ່ມ​ຂູ່​ບັນຍາກາດ​ອັນຕັ້ງໜ້າ​​​ທີ່​ປະກົດ​ອອກ​ມາ​ໃນ​ສະຖາ​ນະ​ການ​​ປາ​ເລັສຕິນ​ແລະ​ອິສລາ​ແອນ.​