|
|
 |
| (GMT+08:00)
2005-05-09 17:11:15
|
|
ພິທີລະລຶກສົງຄາມປ້ອງກັນຊາດລັດເຊຍໄດ້ຮັບໄຊຊະນະຄົບຮອບ 60 ປີຈັດຂຶ້ນຢູ່ມົສກູ
cri
Author: sayvanny
 (ທ່ານປູຕິນກ່າວຄຳປາໄສໃນພິທີລະລຶກ)
ຜູ່ນຳບັນດາປະເທດແລະຜູ່ແທນຂອງອົງການຈັດຕັ້ງສາກົນໄດ້ພ້ອມກັນເຂົ້າຮ່ວມພິທີສວນສະຫນາມທີ່ຈັດຂຶ້ນຢູ່ຈັດຕຸລັດແດງ.ທ່ານປູຕິນ ປະທານາ ທິບໍດີລັດເຊຍໄດ້ກ່າວຄຳປາໄສກ່ອນຈັດພິທີສວນສະຫນາມວ່າ: ບົດຮຽນທາງລົບຂອງສົງຄາມໄດ້ສັ່ງສອນໃຫ້ຄົນທັງລາຍຮູ້ວ່າ, ການປະປ່ອຍ ກຳລັງຮຸນແຮງຈະພາໃຫ້ເກີດໂສກນາດຕະກຳໂລກທີ່ເປັນຕາຢ້ານໂດຍຫລີກເວັ້ນບໍ່ໄດ້.ສະນັ້ນ, ປະຊາຄົມໂລກຄວນສາມັກຄີເປັນນ້ຳຫນຶ່ງໃຈດຽວກັນປົກປັກຮັກສາລະບຽບສາກົນເພື່ອຄວາມປອດໄພແລະຄວາມທ່ຽງທຳ,ກ້າປະເຊີນຫນ້າກັບການຂົ່ມຂູ່ແລະການທ້າທານຕ່າງໆນາໆທີ່ລັດທິຫົວຮຸນແຮງແລະລັດທິກໍ່ການຮ້າຍນຳມາໃຫ້ມວນມະນຸດ.
1 2 3 4
|
|
|