|
![](/images/spacer.gif) |
(GMT+08:00)
2005-05-09 18:00:07
|
ປະເທດສົ່ງຢາງພາລາອອກຂາຍຄືອິນໂດເນເຊຍ ມາເລເຊຍ ແລະໄທເປັນຕົ້ນສະເໜີໃຫ້ຂຶ້ນລາຄາຢາງພາລາ
cri
Author: mo
ຕາມຂ່າວຈາກໜັງສືພິມປົດປ່ອຍໄຊງ່ອນ: ຫວ່າງມໍ່ໆນີ້, ຢູ່ເມືອງຊຽງໃໝ່ຂອງໄທໄດ້ໄຂກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການໃຊ້ມາດຕະການສັບຊ້ອນລາຄາຢາງພາລາທີ່ສົ່ງອອກ. ຜູ້ແທນອິນໂດເນເຊຍ ມາເລເຊຍແລະໄທທີ່ເຂົ້າຮ່ວມກອງປະຊຸມເປັນເອກະສັນກັນເຫັນວ່າ, ລາຄາຢາງພາລາທຳມະຊາດໃນຕະຫລາດໂລກປັດຈຸບັນປະມານ 1000 ໂດລາສະຫະລັດຕໍ່ໜຶ່ງໂຕນ, ຕ່ຳກວ່າຢາງປະສົມທີ່ມີລາຄາ 1600 ໂດລາສະຫະລັດຕໍ່ໜຶ່ງໂຕນ, ໄດ້ສະເໜີໃຫ້ປະເທດອື່ນທີ່ສົ່ງຂາຍຢາງພາລາຂຶ້ນລາຄາປະມານ 20% ເພື່ອສະເໝີກັບລາຄາຢາງປະສົມ.
|
|
|