ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 22:06:56    
ຕຳຫຼວດ​ອິສລາ​ແອນກັບ​ຊາວ​ຫນຸ່ມ​ປາ​ເລັສຕີນ​ເກີດ​ການ​ປະ​ທະ​ກັນ​ຂະຫນາດ​ນ້ອຍ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ ຕອນ​ເຊົ້າ​ວັນ​ທີ 9 ພຶດສະພາ  ຢູ່​ມໍ່​ພູ​ສັກສິດ ​ເມືອງ​ເກົ່າ​ເຢລູຊາ​ເລັມ​ຕາ​ເວັນ​ອອກ  ຕຳຫຼວດ​ອິສລາ​ແອນ​ກັບ​ຊາວ​ຫນຸ່ມ​ປາ​ເລັສຕີນ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຂະຫນາດ​ນ້ອຍ   ມີຕຳຫຼວດ​ອິສລາ​ແອນ 7 ຄົນ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ເທື່ອ​ນີ້


ຫວ່າງ​ມໍ່ໆ​ນີ້  ອົງການຫົວຈັດຂອງ​ປີກ​ຂວາ​ຊາວ​ຢິວ​ກ່າວ​ວ່າ ຈະ​ຈັດ​ຕັ້ງ​ຊາວ​ຢິວຫນຶ່ງ​ຫມື່ນ​ຄົນເດີນທາງ​ໄປ​ເຖິງ​ພູ​ສັກ​ສິດ  ​ເພື່ອຂັດຂວາງ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ດັ່ງກ່າວ  ຕອນ​ຄ່ຳ​ວັນ​ທີ 8 ພຶດສະພາ ຊາວ​ຫນຸ່ມ​ປາ​ເລັສຕີນ​​ເກືອບ 1000 ຄົນ​​ໄດ້​ເຕົ້າ​ໂຮມ​ກັນຢູ່​ສຸ​ເຫຼົ່າອິສລາມອານອັກຊາ​ເທິງ​ພູ​ສັກສິດ  ​ແຕ່​ຝ່າຍ​ຕຳຫຼວດ​ອິສລາ​ແອນ​ມີ​ແຕ່​ອະນຸຍາດ​ໃຫ້​ຊາວ​ປາ​ເລັສຕີນ​​ອາຍຸ 45 ປີ​ຂຶ້ນ​ໄປ​ແລະ​ຖື​ບັດ​ປະຈຳ​ຕົວອິສລາ​ແອນ​ຂຶ້ນ​ໄປ​ພູ​ສັກສິດ​ໃນ​ວັນ​ທີ 9 ພຶດສະພາ  ການ​ກະທຳ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ສະຖານະ​ການ​ຂອງ​ສອງ​ຝ່າຍ​ເຄັ່ງ​ຕຶງ​ກວ່າ​ເກົ່າ​ແລະ​ເກີດ​ການ​ປະ​ທະ​ກັນ