ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 22:07:34    
ທ່ານ​ທັກ​ສິນ ຊິນນະ​ວັດ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ການ​ກະຕຸ​ກເສດຖະກິດມີ​ຊີວິດ​ຊີວາ​ຄືນ​ໃໝ່

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມຊື້​ເຈ້ຍ​ຢື້​ປ້າວຂອງ​​ໄທ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້, ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ທ່ານ​ມີ​ຄວາມໝັ້ນ​​ໃຈ​ເຕັມ​ປ່ຽມ​ຕໍ່​ການ​ກະຕຸ​ກ​ໃຫ້ເສດຖະ​ກິດຂອງ​ໄທ​ທີ່​ຊັກຊ້າ​ລົງ​ໃນປັດຈຸບັນນັ້ນມີ​ຊິວິດ​ຊີວາ​ຄືນ​ໃໝ່.

ຕອນ​ເຊົ້າວັນ​ທີ 7 ພຶດສະພາ, ໃນລາຍການ​ນາຍົກລັດຖະມົນຕີກ່າວຄຳປາ​ໄສ​ຕໍ່​ປະຊາຊົນ​ໃນ​ເວ​ບ​ໄຊ​ວິທະຍຸກະຈາຍສຽງ​ກົມ​ປະຊາສຳພັນຂອງ​ໄທ, ທ່ານ​ທັກສິນ ຊິນນະ​ວັດ​​​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ປະຊາຊົນ​ວ່າ, ຕົວ​ເລກ​ສະຖິຕິ​ຫລ້າ​ສຸດ​ທີ່​ທະນາຄານ​ແຫ່ງ​ຊາດ​ປະກາດ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ, ປັດຈຸບັນ, ການ​ພັດທະນາ​ເສ​ດຖະກິດ​ຂອງ​ໄທ​ໄດ້​ມີ​ສະພາບ​ໝັ້ນທ່ຽງ. ບໍລິສັດມໍ​ເກິ​ນສະ​ແທນ​ລີອາ​ເມ​ລິ​ກາສະ​ເໜີ​ວ່າ, ລັດຖະບານ​ໄທ​ຄວນ​ເພີ່ມ​ງົບປະມານ​ເພື່ອ​ກະຕຸກ​ເສດຖະກິດ, ງົບ​ປະມານ​ທີ່​ເພີ່ມຂຶ້ນ​ນັ້ນຄວນ​ງ່ຽງ​ໄປ​ຫາ​ການ​ສຶກສາ, ​ແລະ​ຫລຸດ​ການ​ນຳ​ເຂົ້າສິນຄ້າ​ໃຫ້​ໜ້ອຍ​ລົງ​ໂດຍ​ທຽບ​ຖານ.