ທ່ານເປເລັສ ຮອງນາຍົກລັດຖະມົນຕີອິສຣາແອນສົງໄສແຜນການຝ່າຍດຽວຈະປະຕິບັດໄດ້ຫລືບໍ່?
cri
Author: mo
ຕາມຂ່າວສານຊີນຮວາ: ໜັງສືພິມເຢລູຊາເລັມໂພສ໌ ຂອງອິຣາແອນສະບັບວັນທີ 9 ພືດສະພາລາຍງານວ່າ, ຫວ່າງມໍ່ໆນີ້, ທ່ານເປເລັສ ຮອງນາຍົກລັດຖະມົນຕີອິສຣາແອນກ່າວວ່າ, ທ່ານຍັງບໍ່ຮູ້ວ່າ, ແຜນການດຳເນີນງານແຕ່ຝ່າຍດຽວຈະປະຕິບັດໄດ້ຫລືບໍ່?
ວັນທີ 8 ພຶດສະພາ, ໃນເວລາທ່ານເປເລັສຕ້ອນຮັບການເຂົ້າສຳພາດຂອງໜັງສືພິມດັ່ງກ່າວນັ້ນ, ທ່ານກ່າວວ່າ, ໃນຫລາຍປັດໄຈທີ່ກະທົບກະເທືອນການປະຕິບັດແຜນການດັ່ງກ່າວນັ້ນ, ເວລາແລະເງິນຄຳຈຳນວນຫລວງຫລາຍທີ່ຕ້ອງການໃນການມ້າງເຮືອນໃນຈຸດຕັ້ງຖີ່ນຖານກໍອາດເຮັດໃຫ້ແຜນການຝ່າຍດຽວຫຼົມແຫຼວ.
|
|