ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 11:24:34    
ຝ່າຍ​ອິສຣາ​ແອນ​ອາດ​ຈະ​ພິ​ຈາ​ລະ​ນາ​ຄືນ​ໃໝ່​ວ່າ​ຈະ​ປະ​ຕິ​ບັດ​ແຜນ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຫຼື​ບໍ່

cri Author: li
ຕາມ​ຂ່າວ CRI: ວັນ​ທີ 9 ພຶດສະພາ ຢູ່​ເຢລູຊາ​ເລັມ ​ໃນ​ເວລາ​ທ່ານ​ຊາ​ໂລມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິສຣ​າ​ແອນພົບ​ປະ​ທ່ານ​ຢູ​ເຊ​ຟ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ລັດຖບານ​ປົກຄອງ​ຕົນ​ເອງ​ປາ​ເລັສຕີນ​ນັ້ນ ທ່ານ​ຊາ​ໂລມ​ເວົ້າວ່າ,ຖ້າ​ອົງການ​ຮາ​ມັສຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ຂອງ​ປາ​ເລັສຕີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້​ແລ້ວ,ອິສຣາ​ແອນ​ຈະ​ພິຈາລະນາ​ຄືນ​ໃໝ່​ວ່າຈະ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວຫຼືບໍ່.

ຂ່າວ​ແຈ້ງ​ວ່າ,​ໃນ​ການ​ພົບ​ປະ,ທ່ານ​ຊາ​ໂລມ​ກ່າ​ວວ່າ,ບໍ່ຫ່ອນ​ຈະ​ເອົາ​ເຂດ​ທີ່​ຖອນ​ອອກ​ໄປ​ນັ້ນຈົ່ງ​ໄວ້​ໃຫ້​ອົງການ​ຮາ​ມັສ.

ທ່ານ​ຢູ​ເຊ​ຟກ່າວ​ວ່າ,ຝ່າຍ​ປາ​ເລັສຕີນ​ຈະ​ຈັດການ​ເລືອກ​ຕັ້ງສະພາ​ນິຕິບັນຍັດ​ບົນ​ພື້ນຖານ​ສັນຍາ​ປາ​ເລັສຕີນ​ອິສຣາ​ແອນ​ແລະ​ແຜນການ"​ແຜນ​ທີ່​ເສັ້ນທາງ​"ສັນຕິພາບ​ຕາ​ເວັນ​ອອກ​ກາງ,ອົງການ​ຮາ​ມັສ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງນັ້ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ.

ມື້​ດຽວ​ກັນ,ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສຣາ​ແອນ​ປະກາດ​ວ່າ,ການ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ທີ່​​ແຕ່​ເດີມ​ເລີ່ມ​ແຕ່​ວັນ​ທີ 25 ກໍລະກົດ​ນັ້ນ ຈະ​ເລື່ອນ​ໄປ​ກາງ​ເດືອນ​ສິງຫາ.