ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 11:27:49    
ອົງການ​ປະກອບ​ອາວຸດ​ອົງການ​ໜຶ່ງ​ຂອງອີຣັກກ່າວ​ວ່າ​ໄດ້​ກັກ​ຕົວ​ປະກັນ​ຍີ່​ປຸ່ນຜູ້​ໜຶ່ງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 9 ພຶດສະພາ, ອົງການ​ປະກອບ​ອາວຸດ​ທີ່​ຊື່ວ່າ"ອານ​ຊາ ອານ ຊຸນ​ນາ"ຂອງ​ອີຣັກ​ໄດ້​ອອກ​ຖະ​ແຫລ​ງການທາງ​ອິນ​ເທີ​ເນັດ​ວ່າ, ຕອນ​ຄ່ຳ​ວັນ​ທີ 8 ພຶດສະພາຢູ່​ພາກ​ຕາ​ເວັນ​ຕົກ​ອີຣັກ, ພວກ​ເຂົາ​ເຈົ້າ​ໄດ້ຜົກ​ຕີຂະ​ບວນລົດ​ຂອງ​ຕ່າງປະ​ເທດ​, ແລະ​ໄດ້ກັກ​ຂັງ​ຊາວ​ຍີ່​ປຸ່ນຜູ້​ໜຶ່ງ​ເປັນ​ຕົວ​ປະກັນ.

ຖະ​ແຫລ​ງການ​ຂຽນ​ວ່າ, ພວກ​ເຂົາ​ເຈົ້າ​ໄດ້​ຍິງ​​ຜູ້​ປ້ອງ​ກັນ​ຄວາມ​ປອດ​ໄພ​ອີຣັກຕາຍ 12 ຄົນ​ທີ່​ປ້ອງກັນ​ຂະ​ບວນລົດ, ​ແລະ​ໄດ້​ຈັບ​ຊາວ​ຕ່າງປະ​ເທດ 5 ຄົນ​​ໃນຂະ​ບວນລົດ. ​ແຕ່​ຍ້ອນ​ຍົນ​ທະຫານ​ອາ​ເມ​ລິ​ກາ​ບິນ​ມາ​ຮອດ​ຢ່າງ​ວ່ອງ​ໄວ, ພວກ​ເຂົາ​ເຈົ້າ​ໄດ້​ຍິງ​ 4 ຄົນ​ຕາຍ, ພຽງ​ແຕ່​ລັກ​ພາ​ຕົວ​ຊາວ​ຍີ່​ປຸ່ນຜູ້​ໜຶ່ງທໍ່​ນັ້ນ.

ຖະ​ແຫລ​ງການ​ກ່າວ​ວ່າ, ຕົວ​ປະ​ກັນ​ຍີ່​ປຸ່ນຜູ້​ນີ້ຊື່​ອາ​ຄີ​ຮີ​ໂຄ ຊາ​ອີ​ໂຕະ, ​ແມ່ນ​ຜູ້​ຮັບຜິດຊອບ​ພະ​ແນ​ກຂອງ​ບໍລິສັດ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ແຫ່ງ​ໜຶ່ງ, ປັດຈຸບັນ​ໄດ້​ຮັບບາດ​ເຈັບ​ໜັກ.