ວັນທີ 10 ພຶດສະພາ ຂ່າວສານຈີນໄດ້ຍົກເອົາຂ່າວຂອງCNN ມາລາຍງານວ່າ ໃນມື້ດຽວກັນ ທ່ານໄຊເຢັດ ຮາມິດ ອານບາ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍໄດ້ກ່າວວ່າ ອິນເດຍຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກທີ່ຈະຈັດຂຶ້ນຢູ່ມາເລເຊຍໃນເດືອນທັນວາປີນີ້ຢ່າງແນ່ນ່ອນ ສ່ວນອົສຕຼາລີຈະເຂົ້າຮ່ວມກອງປະຊຸມສຸດຍອດເທື່ອນີ້ຫຼືບໍ່ຍັງບໍ່ໄດ້ຕົກລົງ
ຫຼາຍປະເທດເຊັ່ນຍີ່ປຸ່ນ ອິນໂດເນເຊຍ ສິງກະໂປແລະຫວຽດນາມເປັນຕົ້ນໄດ້ກ່າວວ່າສະຫນັບ ສະຫນູນອົສຕຼາລີເຂົ້າຮ່ວມກອງປະຊຸມສຸດຍອດ ແຕ່ທ່າທີຂອງປະເທດມາເລເຊຍເປັນຕົ້ນບໍ່ຫ້າວຫັນປານໃດ
|