ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 15:06:59    
ກອງ​ປະຊຸມ​ຄັ້ງທີ 61 ຂອງ​ສະ​ພາ​​ແອສ​ແຄບ​ສະ​ຫະ​ປະຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ບາງ​ກອກ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 12 ພຶດສະພາ, ກອງ​ປະຊຸມຄັ້ງທີ 61 ຂອງສະພາ​ແອສ​ແຄບສະຫະ​ປະຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ບາງກອກ ນະຄອນຫລວງ​ຂອງ​​ໄທ.

ໃນ​ກອງ​ປະຊຸມ​ທີ່​​ໄຂ​ເປັນ​ເວລາໜຶ່ງ​ອາທິດ​ນີ້, ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ຈະ​ຫາລື​ກັນກ່ຽວ​ກັບ​ບັນຫາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ແລະ​ບັນຫາ​ພັດທະນາ​ອັນ​ສຳ​ຄັນ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ, ລວມທັງ​ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ,  ບັນຫາ​ໃໝ່​ທີ່​​ພາກພື້ນອາຊີ​ປາຊີ​ຟິກໄດ້​ພົບ​ພໍ້​ໃນ​ເວລາ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຕ່າງໆ​ຄື​ຄື້ນທະ​ເລ​ຊູ​ນາ​ມີ​ເປັນຕົ້ນ, ການ​ບຳບັດ​ຄວາມທຸກ​ຍາກ, ​ແລະ​ບັນຫາ​ສັງຄົມທີ່​ປະກົດ​ເຫັນ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃນເສດຖະກິດ​ໂລກາ​ວິວັດ​ ແລະ​ອື່ນໆ.

ໃນ​ໄລຍະ​ປະຊຸມ, ຍັງ​ຈະ​ຈັດ​ເວທີ​ປາ​ໄສ​ການ​ຄ້າ​ອາຊີ​ປາຊີ​ຟິກຄັ້ງທີ 2, ​ ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ຂອງ​ສະພາ​ແອ​ສ​ແຄບ, ​ແລະ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຊັ້ນສູງ​ເປັນຕົ້ນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040