ທົ່ວປະເທດໄທມີຜູ້ເປັນໄຂ້ແດັງກ໌ 6 ພັນຄົນ
cri
Author: li
ຕາມຂ່າວກະຊວງການຄ້າຈີນ: ວັນທີ 11 ພຶດສະພາ ທ່ານສຸໄຊ ລັດຖະມົນຕີກະຊວງສາທາລະນະສຸກໄທຢ້ຳຄືນວ່າ,ປັດຈຸບັນ ສະພາບໄຂ້ແດັງກ໌ຂອງຈັງຫວັດຕ່າງໆຂອງໄທບໍ່ໜັກໜ່ວງປານໃດ,ນັບມາຮອດປັດຈຸບັນ ໃນທົ່ວປະເທດມີຜູ້ເປັນໄຂ້ແດັງກ໌ປະມານ 6 ພັນຄົນ,ສ່ວນຫຼາຍແມ່ນເດັກນ້ອຍແຕ່ 9 ຂວບລົງລຸ່ມ,ແລະສາມາດຢັ້ງຢືນວ່າ,ບໍ່ໄດ້ມີສະພາບເຊື້ອໂຣກປ່ຽນທາດ.
ທ່ານສຸໄຊເວົ້າວ່າ,ກະຊວງສາທາລະນະສຸກຈະຄວບຄຸມພະຍາດໄຂ້ແດັງກ໌ຕາມມາດຕະການຄວບຄຸມໄຂ້ຫວັດສັດປີກ. ກະຊວງສາທາະລະນະສຸກໄທໄດ້ລະດົມປະຊາຊົນກຽມພ້ອມປ້ອງກັນພະຍາດ,ໂດຍສະເພາະແມ່ນປ້ອງກັນບໍ່ໃຫ້ຍຸງກັດ.
|
|