ວຽກງານປະກອບອາຊີບແລະບຳບັດຄວາມທຸກຍາກຂອງຫວຽດນາມໄດ້ຮັບຜົນເດັ່ນຊັດ
cri
Author: sayvanny
ຕາມຂ່າວຫນັງສືພິມເຢີນເຢີນຂອງຫວຽດນາມ:ໃນຫລາຍປີມານີ້, ວຽກງານແກ້ໄຂການປະກອບອາຊີບໃນສັງຄົມ,ຫລຸດຄວາມອຶດຢາກແລະຄວາມ ທຸກຍາກຂອງຫວຍດນາມໄດ້ຮັບຜົນຢ່າງເດັ່ນຊັດ.ຕາມສະຖິຕິ, ຈຳນວນຄົນທີ່ໄດ້ຮັບການອົບຮົມດ້ານວິຊາອາຊີບແລ້ວຊອກໄດ້ວຽກເຮັດໃນແຕ່ລະປີນັ້ນ ເພີ່ມຂຶ້ນເລື້ອຍໆ,ສະເລ່ຍແລ້ວແຕ່ລະປີໄດ້ມີຜູ່ປະກອບອາຊີບໃຫມ່ປະ ມານ 1 ລ້ານ 4 ແສນຫາ 1 ລ້ານ 6 ແສນຄົນ.ອັດຕາຫວ່າງງານໄດ້ຫລຸດຈາກ 6,01%ໃນປີ 2002 ລົງເຖິງ 5,78% ໃນປີ 2003 ແລະ 5,6% ໃນປີ 2004,ໄດ້ສຳເລັດເປົ້າຫມາຍສູ້ຊົນທີ່ກອງປະຊຸມພັກກອມມູນິດຫວຽດນາມຄັ້ງທີ 9 ວາງອອກມາກ່ຽວກັບການແກ້ໄຂການປະກອບອາຊີບ,ຫລຸດຄວາມອຶດຢາກແລະຄວາມທຸກຍາກແຕ່ປີ 2001 ຫາປີ 2005 ກ່ອນເວລາກຳນົດ.
|
|