ມຽນມາກ່າວຟ້ອງມະຫາປະເທດເໜືອຊັ້ນມ້ວນເຂົ້າເຫດການລະເບີດຢູ່ຢາງກຸງ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 15 ພຶດສະພາ, ທ່ານນາຍພົນຈັດຕະວາກຽວຊານ ລັດ ຖະມົນຕີກະຊວງຖະແຫລງຂ່າວ ໂຄສົກລັດຖະບານມຽນມ້າກ່າວວ່າ, ມີມະຫາປະເທດ ເໜືອຊັ້ນໜຶ່ງໄດ້ມ້ວນເຂົ້າເຫດການລະເບີດລຽນຕິດທີ່ເກີດຂຶ້ນຢູ່ຢາງກຸງໃນວັນທີ 7 ພຶດສະພາ. ໃນງານຖະແຫລງຂ່າວທີ່ຈັດຂຶ້ນໃນວັນທີ 15 ພຶດສະພາ, ທ່ານກຽວຊານ ເວົ້າວ່າ, ຜ່ານການສຳຫລວດຂອງຜູ້ຊ່ຽວຊານ, ຄະດີລະເບີດລຽນຕິດແມ່ນພວກກໍ່ການຮ້າຍຂອງຫລາຍອົງການຕ້ານລັດຖະບານກໍ່ຂຶ້ນ, ກ່ອນເກີດເຫດ, ພວກເຂົາໄດ້ຮັບການອົບຮົບຈາກມະຫາປະເທດດັ່ງກ່າວ. ນອກນັ້ນ, ລະເບີດເວລາຊັ້ນສູງທີ່ພວກກໍ່ການຮ້າຍໃຊ້ນັ້ນມີແຕ່ມະຫາປະເທດດັ່ງກ່າວຈຶ່ງຜະລິດໄດ້, ແລະມີແຕ່ຜູ້ທີ່ໄດ້ຮັບການອົບຮົບໂດຍສະເພາະທໍ່ນັ້ນຈຶ່ງສາມາດໃຊ້ລູກລະເບີດຊະນິດນີ້. ທ່ານກຽວຊານຍັງໄດ້ອ່ານຊື່ຂອງອົງການຕ້ານລັດຖະບານ 10 ກວ່າອົງການທີ່ກ່ຽວກັບເຫດການລະເບີດເທື່ອນີ້ແລະການເຄື່ອນໄຫວທຳລາຍຫຼາຍລາຍກ່ອນໜ້ານີ້, ເວົ້າວ່າ, ຈຸດປະສົງຂອງການເຄື່ອນໄຫວຂອງພວກເຂົາແມ່ນເພື່ອທຳລາຍຄວາມສະຫງົບຂອງປະເທດແລະຄວາມຢູ່ເຢັນເປັນສຸກຂອງປະຊາຊົນມຽນມາ. ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຢາງກຸງ ນະຄອນຫລວງມຽນມາ ໄດ້ເກີດເຫດການລະເບີດລຽນຕິດ 3 ລາຍ, ປັດຈຸບັນ, ການລະເບີດໄດ້ເຮັດໃຫ້ 19 ຄົນຕາຍ, 100 ກວ່າຄົນບາດເຈັບ.
|
|