ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 13:29:15    
ທ່ານ​ຈາ​ກາ​ວີ ຜູ້​ນຳ​ອົງ​ການ​ອານ ​ເຄ​ດາ​ອີ​ຣັກ​ກ່າວ​ວ່າ ລາວ​ຖືກ​ບາດ​ເຈັບ​ເບົາ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ 30 ພຶດ​ສະພາ ​ແວບ​ໄຊ​ອິສ​ລາມ​ຫຼັງ​ໜຶ່ງ​ໄດ້​ກະ​ຈາຍ​ກະ​ແຊັດ​ອັດ​ສຽງ​ທີ່​ກ່າວ​ວ່າ,​ຕົນ​​ແມ່ນ​ທ່ານ​ຈາກາ​ວີ ຜູ້ນຳ​ນ້ຳເບີ​ສາມ​ຂອງ​ອົງ​ການ​ອານ ​ເຄດາ​.​ໃນ​ກະ​ແຊັດ ທ່ານ​ຈາ​ກາ​ວີກ່າ​ວ່າ​ ຕົນ​​ໄດ້​ຖືກ​ບາດ​ເຈັບ​ເບົາ.

​ແວບ​ໄຊ​ດັ່ງ​ກ່າວ​ກ່າວ​ວ່າ,​ກະ​ແຊັດ​ອັດ​ສຽງ​ແມ່ນ​ທ່ານ​ຈາກາ​ວີອັດ​ໄວ້​ໃນ​ວັນ​ທີ 27 ພຶດ​ສະ​ພາ.​ຢູ່​ໃນກະ​ແຊັດ ທ່ານ​ຈາ​ກາ​ວີໄດ້​ລາຍ​ງານ​ຕໍ່​ບິນ ລາ​ແດນ ຜູ້ນຳ​ອົງ​ການ​ອານ ​ເຄ​ດາ​ວ່າ​,ລາວ​ໄດ້​ຖືກ​ບາດ​ເຈັບ​ເບົາ​ແທ້,​ແຕ່​​ບໍ່​ແມ່ນ​ບາດ​ເຈັບ​ໜັກ​ທີ່​ສື່​ມວນ​ຊົນ​ລາຍ​ງານ​ນັ້ນ​,ປັດຈຸ​ບັນ ທ່ານ​ຍັງ​ຄົງຢູ່​ອີ​ຣັກ​​ແລະ​ພ້ອມ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ຢູ່.