ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-02 21:16:35    
ສື່​ມວນ​ຊົນ​ສິງກະ​​ໂປ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​​ແກ້​ໄຂ​ການ​ວິວາດ​ກັນ​ດ້ານການ​ຄ້າ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ ອາ​ເມ​ລິ​ກາ​ກັບ​ສະຫະພາບ​ເອີ​ລົບ​ຢ່າງ​ຄ່ອງ​ແຄ້ວ

cri

ຕາມ​ຂ່າວສານ​ຊິນ​ຮວາ  ວັນ​ທີ 2 ມິຖຸນາ  ຫນັງສືພິມ​ລຽນ​ເຫີ​ຈາວ​ປ້າວສິງກະ​ໂປ​ໄດ້​ພິມ​ບົດ​ນຳ​​ໂດ​ຍຂຽນ​ວ່າ ອາ​ເມ​ລິ​ກາ​ຄວນ​ໃຊ້​ຫຼັກຫມັ້ນຄ່ອງ​ແຄ້ວ​ກວ່າ​ເກົ່າ​ໃນ​ບັນຫາ​ການ​ຄ້າ​ກັບຈີນ​​ແລະ​ສະຫະ​ພາບ​ເອີ​ລົບ  ຖ້າ​ບໍ່​ດັ່ງນັ້ນ ການ​ວິວາດ​ກັນ​ລະຫວ່າງ​ສອງຝ່າຍຈະ​ຂົ່ມຂູ່​ການ​ເຈ​ລະ​ຈາ​ຫຼາຍ​ຝ່າຍ​ຂອງການ​ຄ້າ​ທົ່ວ​ໂລກ


ບົດ​ນຳ​ຂຽນ​ວ່າ ອາ​ເມ​ລິ​ກາ ຈີນ​ແລະ​ສະຫະພາບ​ເອີ​ລົບ​ແມ່ນ​ສາມອົງ​ກອນ​​ເສດຖະກິດ​ໃຫຍ່ຂອງ​ໂລກ  ​ເພື່ອ​ສ້າງ​ບັນຍາກາດ​ການ​ເຈລະຈາ  ວັນ​ທີ 20 ພຶດສະພາ ລັດຖະບານ​ຈີນ​ໄດ້​ປະກາດ​ຍົກ​ເວັ້ນພາສີ​ສົ່ງ​ອອກ​ຕໍ່​ສິ່ງ​ປັ່ນ​ທໍ​ສ່ວນ​ຫນຶ່ງ  ​ແຕ່​ການ​ກະທຳ​ດັ່ງກ່າວ​ບໍ່​ໄດ້​ຮັບ​ການ​ຕອບ​ສະຫນອງ​ຢ່າງ​ຕັ້ງຫນ້າ​ຈາກ​ສະຫະພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ


ບົດນຳ​ເຫັນ​ວ່າ ​ເຖິງວ່າ​ຝ່າຍ​ຈີນ​ໄດ້​ໃຊ້​ມາດ​ຕະການ​ປະນີປະນອມ​ກ່ອນ​​ແລ້ວ ອາ​ເມ​ລິ​ກາກໍ​ຄວນຜ່ອນໆ​ລົງ​ແດ່  ບໍ່​ແມ່ນ​ຈະ​ກົ່ງ​ລາຄາ​ແຕ່​ທ່າ​ດຽວ ​ເຊັ່ນ​ດຽວ​ກັນ  ລະຫວ່າງ​ສະຫະພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ  ອາ​ເມ​ລິ​ກາ​ກໍ​ຄວນ​ສະ​ແດງ​ລັກສະນະຄ່ອງ​ແຄ້ວ​ຫຼາຍ​ກວ່າ​ເກົ່າ