ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-04 16:12:40    
ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ​ອົງ​ການ​ອາ​ເປັກ​ໄດ້​ອັດ​ລົງ

cri Author: MO
ຕາມ​ຂ່າວ​CRI:ວັນ​ທີ 3 ມິຖຸນາ, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຂອງ​ອົງການ​ອາ​ເປັກ​ປີ 2005 ​ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ເຈ​ຈູ​ແຫ່ງ​ສ.​ເກົາຫລີ​ໄດ້​ອັດ​ລົງ​ແລ້ວ. ​ຝ່າຍຕ່າງໆ​ທີ່​ຮ່ວມ​ປະຊຸມ​ໄດ້​ຮຽກຮ້ອງ​ພ້ອມ​ກັນ​ຊຸກ​ຍູ້​ຂະ​ບວນວິວັດ​​ການ​ຄ້າ​​ເສລີ.

ກອງ​ປະຊຸມ​​ໄດ້ອອກຖະ​ແຫລ​ງການ​​ໂດຍ​ຊີ້​ອອກ​ວ່າ, ບັນດາ​ສະມາຊິກ​ອົງການ​ອາ​ເປັກ​ເຫັນ​ດີ​ຫລຸດ​ອັດຕາ​ພາສີ​ຂອງ​ຜະລິດ​ຕະພັນ​ທີ່​ບໍ່​ແມ່ນ​ກະສິກຳ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫລວງຫລາຍ, ພ້ອມ​ທັງ​ຫວັງ​ໃຫ້​ບັນດາ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ພ້ອມ​ກັນ​​ພະຍາຍາມຊຸກຍູ້​ການ​ເຈລະຈາ​ໃນ​ຂົງ​ເຂດ​ຂໍ​ກະ​ແຈ​ຄື​ການ​ອະນຸມັດ​ເຂົ້າຕະຫລາດ​ທີ່​ບໍ່​ແມ່ນ​ກະສິກຳ, ​ເຮັດ​ໃຫ້ການ​ເຈລະຈາ​ຮອບ​ໂດ​ຮາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງ.

ທ່ານ​ປໍ​ຊີ​ລາຍ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຈີນ​​ເຂົ້າຮ່ວມ​ກອງ​ປະຊຸມ. ​ໃນ​ກອງ​ປະຊຸມ, ທ່ານ​​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍ​ຊີ້​ອອກ​ວ່າ, ຂະ​ບວນວິວັດ​ການ​ຄ້າ​ໂລກ​ເສລີ​ແມ່ນ​ມີ​ຜົນ​ດີ​ຕໍ່​ທຸກຝ່າຍ​, ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ເຈລະຈາ​ຮອບ​ໂດ​ຮາ​ຢ່າງ​ຕັ້ງໜ້າ, ຫວັງ​ໃຫ້​ມີ​ໝາກຜົນ​ເຈລະຈາ​ທີ່​ສະ​ໝ່ຳສະ​ເໝີ​ກັນ​ໃນ​ທີ່​ສຸດ. ທ່ານ​ກ່າວ​ເນັ້ນວ່າ, ອົງການ​ອາ​ເປັກ​ຕ້ອງ​ສືບ​ຕໍ່​ຊຸກ​ຍູ້ການ​ຄ້າ​ການ​ລົງທຶນ​ສະດວກ​ແລະ​ການ​ຮ່ວມ​ມື​ເສດຖະກິດ​ເຕັກນິກ, ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ທ່ຽງ​ທຳ​ແລະ​ຍຸດ​ຕິ​ທຳ.

ລັດຖະມົນຕີ​ຫລື​ຜູ້​ຕາງໜ້າ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ເສດຖະກິດ​ການ​ຄ້າຂອງ 21 ສະມາຊິກ​ອົງການ​ອາ​ເປັກ​ແລະ​ຜູ້​ແທນ​ອົງການ​ສາກົນ​ແລະ​ພາກ​ພື້ນ​ຄືອົງການ​ການ​ຄ້າ​ໂລກ​ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.