ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-09 09:36:43    
"ເດືອນ​ວັດທະນະ​ທຳ​ຈີນ"​ເປີດ​ສາກ​ຢູ່​ມຽນ​ມາ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ເພື່ອ​ສະຫລອງ​ຈີນ​ມຽນມາ​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ 55 ປີ, ການ​ເຄື່ອນ​ໄຫວ"​ເດືອນວັດທະນະທຳ​ຈີນ"ທີ່ສະຖານທູດ​ຈີນ​ປະຈຳ​ມຽນມາ, ກະຊວງ​ວັດທະນະທຳແລະ​ກະຊວງ​ຖະ​ແຫລ​ງຂ່າວ​ມຽນມາ​ຮ່ວມ​ກັນ​ເປັນ​ເຈົ້າພາບ​​ນັ້ນໄດ້​ຈັດ​ຂຶ້ນ​ຢູ່​ຢາງ​ກຸງ​ໃນ​ວັນ​ທີ 8 ມິຖຸນາ.

ທ່ານ​ຊຸນ​ເຈ່ຍ​ເຈິ້ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ເນື່ອງ​ໃນ​ໂອກາດ"​ເດືອນ​ວັດທະນະທຳ​ຈີນ"​ ໂດຍ​ຂຽນ​ວ່າ, ​ທ່ານ​ເຊື່ອ​ວ່າ"​ການຈັດເດືອນ​ວັດທະນະທຳ​ຈີນ", ຍ້ອມ​ຈະ​ເພີ່ມການ​ພົວພັນ​​ໄມ​ຕິ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ມຽນມາ​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງປະຊາຊົນ​ສອງຊາດ, ຈະ​ມີ​ຜົນ​ສະທ້ອນ​ຢ່າງ​ຕັ້ງໜ້າ​ຕໍ່​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ.

ລັດຖະມົນຕີ​ວັດທະນະທຳ​ແລະ​ລັດຖະມົນຕີ​ຖະ​ແຫລ​ງຂ່າວ​ມຽນມາ​ກໍ​ໄດ້​ສົ່ງ​ຄຳ​ອວຍພອນ​ສະ​ແດງ​ຄວາມ​ປາຖະໜາ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ວັດທະນະທຳ​ແລະ​ຖະ​ແຫຼງຂ່າວ.