|
 |
(GMT+08:00)
2005-06-10 20:51:32
|
 |
ກຳປູເຈຍໄທເວົ້າວ່າຈະສືບຕໍ່ເພີ່ມທະວີການຮ່ວມມືຢູ່ເຂດຊາຍແດນ
cri
Author: da
ຕາມຂ່າວສານຊິນຮວາ: ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການເຂດຊາຍແດນສັງລວມກຳປູເຈຍໄທທີ່ໄຂຂຶ້ນຢູ່ພະນົມເປັນ ນະຄອນຫຼວງກຳປູເຈຍໄດ້ອັດລົງໃນວັນທີ 10 ມີຖຸນາ,ສອງຝ່າຍເປັນເອກະສັນກັນກ່າວວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືຢູ່ເຂດຊາຍແດນລະຫວ່າງສອງປະເທດຢ່າງຮອບດ້ານ,ຊຸກຍູ້ການພັດທະນາເສດຖະກິດສັງຄົມຢູ່ເຂດຊາຍແດນ.
ກອງປະຊຸມເທື່ອນີ້ແມ່ນທ່ານເຕຍບັນ ແລະທ່ານນິກເບິນຊາຍ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີປະສົມຂອງກະຊວງປ້ອງກັນປະເທດກຳປູເຈຍແລະທ່ານທຳມະຣັກ ອິສະລາງກຸນ ລັດຖະມົນຕີກະຊວງປ້ອງກັນປະເທດຂອງໄທເປັນປະທານຮ່ວມຈັດຂຶ້ນ.ກອງປະຊຸມໄດ້ອອກຖະແຫຼງການຮ່ວມໂດຍກ່າວວ່າ,ກຳປູເຈຍກັບໄທຈະເພີ່ມທະວີການຮ່ວມມືຕື່ມອີກ,ພ້ອມກັນໂຈມຕີການຕ້ອງໂທດຂ້າມຊາດແລະການຄ້າຢາເສບຕິດຢູ່ເຂດຊາຍແດນ;ເລັ່ງລັດວຽກງານສຳຫຼວດແລະຂີດແບ່ງຊາຍແດນທາງບົກລະຫວ່າງສອງປະເທດ,ໃຊ້ມາດຕະການທີ່ບັງເກີດຜົນຫຼີກເວັ້ນບໍ່ໃຫ້ສອງຝ່າຍເກີດມີການປະທະກັນຢູ່ເຂດທີ່ມີການວິວາດກັນ,ເພີ່ມທະວີການຄຸ້ມຄອງເຂົ້າອອກເມືອງ,ແກ້ໄຂບັນຫາແຮງງານຢ່າງເໝາະສົມ.
|
|
|