ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Apr 25th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-11 20:41:33    
ຟິລິບ​ປິນ​​ສົ່ງ​ທະຫານ​​ໄປ​ເພີ່ມ​ຢູ່​ເຂດ​ໃຫຍ່​ມາ​ນີລາ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ​ການ​ເຄື່ອນ​ໄຫວ​ໂຄ່ນ​ລົ້​ມ

cri

 ຕາມ​ຂ່າວສານ​ຊິນ​ຮວາ  ວັນ​ທີ 11 ມິຖຸນາ  ຝ່າຍ​ທະຫານ​ຟິລິບ​ປິນ​ໄດ້​ປະກາດວ່າ​ຈະສົ່ງ​ທະຫານ​ໄປ​ເພີ່ມ​ຢູ່​ເຂດ​ໃຫຍ່ນະຄອນຫຼວງ​ມາ​ນີລາ ​ເພື່ອ​​ເພີ່ມ​ທະວີ​ການ​ປ້ອງ​ກັນ​ ​ບໍ່​ໃຫ້​ພວກ​ໂຄ່ນ​ລົ້ມ​ກໍ່​ເລື່ອງ


ໃນ​ຫຼາຍ​ມື້ມາ​ນີ້ ກະ​ແສັດ​ອັດ​ສຽງ​ມ້ວນ​ຫນຶ່ງທີ່​ບັນທຶກ​ຄວາມ​ເວົ້າ​ຂອງ​ທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີຟິລິບ​ປິນໄດ້​ເຮັດ​ໃຫ້​ຟິລິບ​ປິນເກີດ​ເລື່ອງ​ການ​ເມືອງ​  ຕາມ​ເວົ້າ​ວ່າ  ກະ​ແສັດ​ມ້ວນ​ນີ້ໄດ້​ບັນທຶກ​ຫຼັກ​ຖານ​​​ຄຳ​ໂອ້​ລົມ​ກັນຂອງ​ທ່ານ​ນາງອາ​ໂລ​​ໂຢ​ທີ່​ຊື້​ສຽງ​ໂດຍລະ​ເມີດ​ຂໍ້​ກຳນົດໃນ​ໄລຍະເລືອກ​ຕັ້ງ​ປະທານາ ທິບໍດີ​ເມື່ອ​ເດືອນ​ພຶດສະພາ​ປີ 2004    ລັດຖະບານ​ຟິລິບ​ປິນ​ໄດ້​ປະຕິ​ເສດ​ຄຳ​ຕິຕຽນ​ດັ່ງກ່າວ  ​ແຕ່​ບຸກຄົນ​ຕ້ານ​ລັດຖະບານ​ຂອງ​ຟິລິບ​ປິນບາງ​ຄົນ​ໄດ້​ສວຍ​ໃຊ້​ກະ​ແສັດ​ມ້ວນ​ນີ້​ກໍ່​​ເລື່ອງກໍ່​ລາວ​ຢ່າງ​ໃຫຍ່ ຈົນ​ກະທັ້ງສະ​ມາຊິກ​ສະພາ​ຝ່າຍ​ຄ້ານ​ບາງຄົນ​ໄດ້ທວງໃຫ້​ທ່ານ​ນາງ​ອາ​ໂລ​​ໂຢລາ​ອອກ​ຈາກ​ຕຳ​ແຫນ່​ງ


 ພາຍ​ໃຕ້​ເບື້ອງ​ຫຼັງ​ດັ່ງກ່າວ  ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ຄົນ​ສ່ວນ​ຫນຶ່ງກໍ່​ເລື່ອງ​ໃນ​​ໂອກາດ​ຈັດການ​ເຄື່ອນ​ໄຫວ​ສະຫຼອງ​ວັນ​ເອກະລາດ​​ແຫ່ງ​ຊາດລັດ​ຟິລິບ​ປິນ​ໃນ​ວັນ​ທີ12 ມິຖຸນາ   ຝ່າຍ​ທະຫານ​ໄດ້​ທຳ​ການ​ຕົກລົງ​ສົ່ງ​ທະຫານ​ ​ໄປ​ເມືອງ​ມາ​ນີລາຕື່ມ

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040