ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-11 20:52:28    
ສື່​ມວນ​ຊົນ​ສິງກະ​ໂປ​ຮຽກຮ້ອງ​ໃຫ້​ຍີ່​ປຸ່ນປະ​ເຊີນ​ຫນ້າ​ກັບ​ປະຫວັດສາດ​ຮຸກ​ຮານ

cri

ຕາມ​ຂ່າວCRI  ວັນ​ທີ 11 ມິຖຸນາ  ຫນັງ​ສື​ພິມ​ລຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ​ໄດ້​ພິມ​ບົດ​ນຳ​ກ່ຽວປຶ້ມ​ອ່ານ​ປະຫວັດສາດ​ທີ່​ນັກປາດ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຮ່ວມ​ກັນ​ຮຽບຮຽງ ຮຽກຮ້ອງ​ໃຫ້​ຍີ່​ປຸ່ນປະ​ເຊີນ​ຫນ້າ​ກັບ​ປະ​ຫວັດ​ສາດ​ຮຸກ​ຮານ


ບົດ​ນຳ​ຂຽນ​ວ່າ ປຶ້ມ​ອ່ານ​​ເຫັ້ມນີ້​ແມ່ນ​ຜົນ​ຂອງນັກປາດ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫຼີຫຼາຍ​ສິບ​ຄົນ​ທີ່ພ້ອມ​ກັນ​ທຳ​ຄວາມພະຍາຍາມຮຽບຮຽງ ມີຄ່າ​ທີ່​ສຸດ   ​ແຕ່​​ເສຍດາຍ​ ​ປຶ້ມ​ອ່ານ​ເຫຼັ້ມ​ນີ້​ໄດ້​ຖືກ​​​ ສຳນັກ​ພິມ​ຈຳຫນ່າຍ​ສຳຄັນ​ຕ່າງໆ​ເກືອບ​ທັງ​ຫມົດຢູ່​ພາຍ​ໃນ​ປະ​ເທດ​ຍີ່​ປຸ່ນປະຕິ​​ເສດ​  ​ໃນ​ທີ່​ສຸດ ​ສຳນັກ​ພິມ​ຈຳຫນ່າຍ​ໂຄ​ບູນ​​ເຄັນທີ່​ມີ​ແຕ່​ຜູ່​​ເຮັດ​ວຽກ​ແຕ່ 6 ຄົນ​​ແຫ່ງ​ຫນຶ່ງ​ໄດ້​ພິມ​ສອງ​ຫມື່ນ​ເຫຼັ້ມ


  ບົດ​ນຳ​ກ່າວ​​ຢ້ຳວ່າ  ນັກ​ການ​ເມືອງ​ສຳຄັນ​ແລະພວກ​ປີກ​ຂາວຂອງຍີ່​ປຸ່ນ​ໄດ້​ຖືກ​ຫາງ​ສຽງ​ຂອງ​ໂລກ​ກ່າວ​ປະນາມ​​ໃນ​ບັນຫາ​ປະຫວັດສາດ​ກໍແມ່ນ​ຍ້ອນ​ທັດສະນະປະຫວັດ​ສາດຂອງ​ພວກ​ເຂົາຝ່າຝືນອາ​ລິ​ຍະ​ທຳ​​ແລະ​ມະ​ໂນ​ທຳ​ຂອງມວນ​ມະນຸດ  ກໍ​ຍ້ອນ​ຜູ່​ຄອງ​ອຳນາດ​ຂອງ​ຍີ່​ປຸ່ນຈົນ​ຮອດ​ດຽວ​ນີ້ຍັງ​ບໍ່​ຍອມ​ປະ​ເຊີນຫນ້າ​ກັບ​ປະຫວັດສາດ​ຢ່າງ​ຈິງ​ໃຈ​  ຄວາມ​ຂໍອະ​ໄພ​ຂອງ​ນາຍົກລັດຖະມົນຕີຍີ່ປຸ່ນ​ທີ່​ເວົ້າ​ຢ່າງບັງ​ເອີນ​ຈຶ່ງ​ປະກົດ​ວ່າ​ປອມ​ແປງແລະ​​ເວົ້າ​ແນວ​ຫນຶ່ງ​ເຮັດ​ແນວ​ຫນຶ່ງ

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040