ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-11 20:54:22    
ທະຫານກອງ​ທັບ​ເຮືອສູ້​ລົບ​ເທິງ​ບົກ 5 ຄົນຂອງ​ອາ​ເມ​ລິ​ກາ​ຖືກ​ລະ​ເບີດ​​​ແຄມ​ທາງ​ແຕກ​ໃສ່​ຈົນ​ຕາຍ​ຢູ່​ອີຣັກ

cri

ຕາມ​ຂ່າວCRI  ວັນ​ທີ 10 ມິຖຸນາ  ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ປະກາດ​ຕໍ່​ສື່​ມວນ​ຊົນ​ວ່າ  ວັນ​ທີ 9 ມິຖຸນາ  ​ໃນ​ເວລາທະຫານ​ອາ​ເມ​ລິ​ກາ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ແຂວງ​ອານ​ບາ  ທາງທິດ​ຕາ​ເວັນ​ຕົກ​ຂອງ​ແບກ​ແດັດນັ້ນ ໄດ້​ຖືກ​ລະ​ເບີດແຄມ​ທາງ​ຫຼອນ​ໂຈມ​ຕີ  ມີ​ພົນທະຫານ​ກອງ​ທັບເຮືອ​ສູ້​ລົບ​ເທິງ​ບົກ 5 ຄົນ​ຖືກ​ລະ​ເບີດ​ຕາຍ

ຕອນ​ທ່ຽງ​ຄືນມື້​ດຽວ​ກັນ   ຢູ່​ເຂດ​ອານ ຊູ​ລາ ທິດ​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​​ແບກ​ແດັດ​ໄດ້​ເກີດ​ເຫດການ​ລົດຍົນລະ​ເບີດ​ເທື່ອ​ຫນຶ່ງ  ​ເຮັດ​ໃຫ້ 10 ຄົນ​ເສຍ​ຊີວິດ​ແລະ​ 27 ຄົນ​ບາດ​ເຈັບ  ​ໃນ​ມື້​ດຽວ​ກັນ ຝ່າຍ​ຕຳຫຼວດ​ອີຣັກ​ໄດ້​ປະກົດ​ເຫັນ​ຊາກ​ສົບ 17 ຂອນ​ຢູ່​ຊາຍ​ແດນ​ອີຣັກ​ຊີ​ເລຍ  ຝ່າຍຕຳຫຼວດ​ອີຣັກກ່າວ​ວ່າ ພວກ​ເຂົາ​ເຈົ້າ​ອາດ​ຈະ​ແມ່ນ​ທະຫານ​ຕຳຫຼວດ​ອີຣັກທີ່​ຖືກ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ປະຫານ​ຊີວິດ​ເປັນຫມູ່​


 ນອກ​ນີ້ ຂ່າວ​ແຈ້ງວ່າ  ວັນ​ທີ 10 ມິຖຸນາ ຢູ່​ທີ່​ເບ​ລຸດ  ທ່ານ​ຮາ​ມຸດ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ລີ​ບັງ​ໄດ້​​ໃຫ້​ສຳພາດ  ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ພວກ​​ລັກ​ພາ​ຕົວ​ຂອງອີຣັກຍິງພໍ່ຄ້າ​ລີ​ບັງ​ຜູ່​ຫນຶ່ງ ໃຫ້ຕາຍ​ຢູ່​ແບກ​ແດັດ