ຕາມຂ່າວCRI ວັນທີ 13 ມິຖຸນາ ທ່ານໂລມູຮຸນ ປະທານາທິບໍດີສ.ເກົາຫຼີກ່າວວ່າ ການປະຕິບັດຄຳຖະແຫຼງການຮ່ວມ 15 ມິຖຸນາຢ່າງຕັ້ງຫນ້າແມ່ນຊ່ອງທາງທີ່ໄວ້ໃຈໄດ້ທີ່ສຸດໃນການຂະຫຍາຍການພົວພັນລະ ຫວ່າງສ.ປ.ປເກົາຫຼີກັບສ.ເກົາຫຼີ
ທ່ານຊີ້ອອກວ່າ ໃນຖານເປັນປະເທດກ່ຽວຂ້ອງທີ່ສຳຄັນກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີ ສ.ປ.ປເກົາຫຼີແລະສ.ເກົາຫຼີຄວນເສີມຂະຫຍາຍບົດບາດອັນຕັ້ງຫນ້າ ແລ້ວສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ການເຈລະຈາ 6 ຝ່າຍທີ່ມີຈຸດປະສົງແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ
|