ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-15 18:41:06    
ອິສ​ຣາ​ແອນ​ຈະ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພເມືອງ ​ເຈ​ນິນ ​ໃຫ້​ຝ່າຍ​ປາ​ເລັສ​ຕິນ​ກ່ອນ​ເລີ່ມ​​ປະ​ຕິ​ບັດ​ແຜນ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ

cri

ຕາມ​ຂ່າວCRI: ​​ວັນ​ທີ 15 ມິ​ຖຸ​ນາ, ເຈົ້າ​ໜ້າ​ທີ່​ປາ​ເລັສ​ຕິນ​​ເປີດ​ເຜີຍ​ວ່າ, ທັງສອງ​ຝ່າຍ​ປາ​ເລັສຕິ​ນອິສຣາ​ແອນ​​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ເມືອງ ​ເຈ​ນິນ ທີ່​ຕັ້ງ​ຢູ່ຝັ່ງ​ຕ​າ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສ​ຕິນ​ກ່ອນ​ອິສຣາ​ແອນ​ເລີ່​ມ​ປະ​ຕິ​ບັດ​ແຜນ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ.

​ໃນ​ເວລາ​​ໃຫ້​ສຳພາດ​ຂ່າວ​ສື່​ມວນ​ຊົນ, ທ່ານ ​ໂຮ​ຊາ ​ໂຄ​ສົກ​ກະຊວງ​ພາຍ​ໃນ​ປາ​ເລັສ​ຕິນ​ກ່າວ​ວ່າ, ທັງສອງ​ຝ່າ​ຍປາ​ເລັສຕິ​ນອິສຣາ​ແອນ​ເຫັນ​ດີ​ຈັດການ​ປຶກສາ​ຫາລື​ກັນເປັນ​ປະຈຳ​ກ່ຽວ​ກັບ​ບັນຫາ​ມອບສິດ​ຄວບ​ຄຸ​ມ​ຂອງ​ເມືອງ​ ​ເຈ​ນິນ, ​ແລະ​ຕົກລົງ​ຕັ້ງ​ຫ້ອງການ​ວຽກ​ງານ​ປະສົມ​​ເພື່ອ​ເລື່ອງ​ນີ້.