ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-16 16:03:53    
ຈີນ​ສະຫນັບສະຫນູນ​ກ່ານ​ຮ່ວມ​ມື​​​ໃຕ້ໆ ຍິນ​ດີ​ຊຸກຍູ້​​​ໃຫ້​ເຫນືອ​ໃຕ້ສົນທະນາ​ກັນ

cri

ຕາມ​ຂ່າວCRI  ວັນ​ທີ 15 ມິຖຸນາ  ທ່ານ​ເຈິ່ງ​ເຜີຍ​ອຽນ  ຮອງ​ນາຍົກລັດຖະມົນຕີຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ພາກ​​ໃຕ້​ຄັ້ງ​ທີ 2ຂອງ ກຸ່ມ 77 ປະ​ເທດ​ບວກ​​ຈີນ​ຢູ່​​ໂດ​ຮາ ນະຄອນຫຼວງ​ກາ​ຕາ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍຢ້ຳຄືນໃນ​ກອງ​ປະຊຸມວ່າ  ຈີນ​ສະຫນັບສະຫນູນ​​ການເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃຕ້​ໃຕ້  ຍິນ​ດີ​ຊຸກຍູ້​​ໃຫ້​ເຫນືອ​ໃຕ້​ສົນທະນາ​ກັນ ​ແລະ​ຍິນ​ດີ​ພ້ອມ​ກັນ​ກັບປະ​ເທດ​ພາກ​​ໃຕ້​ຮ່ວມ​ກັນເລີ່​ມສ້າງ​ອະນາຄົດ​ທີ່​ດີງາມ​ຂອງ​ປະ​ເທດ​ພວມ​ພັດທະນາ.


ທ່ານ​ເຈິ່​ງ​ເຜີ​ຍອຽນ​ຕາງຫນ້າ​​ລັດຖະບານ​ຈີນ​ສະ​ເຫ​ນີຂໍ້​ສະ​ຫນີ 4 ຂໍ້ກ່ຽວ​ກັບ​ການ​ຮ່ວມ​ມື​ໃຕ້​ໃຕ້​ແລະ​ການ​ສົນທະນາກັນ​ເຫນືອ​ໃຕ້ ຄື​ຫນຶ່ງ​ ​ເພີ່ມ​ຄວາມ​ສາມັກຄີ​ກັນ​ລະຫວ່າງປະ​​ເທດພາກ​ໃຕ້  ​​ເພີ່ມ​ສິດ​ເຂົ້າ​ຮ່ວມ ສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແລະ​ອິດ​ທິພົນ​ໃນ​ອົງການຈັດ​ຕັ້ງ​ສາກົນ​ເຊັ່ນອົງການ​ສະຫະ​ປະຊາ​ຊາດ​​ເປັນ​ຕົ້ນ ສອງ ລົງ​ເລິກ​ການ​ຮ່ວມ​ມື​ກັນ​ດ້ານເສດຖະກິດ​​ເຕັກນິກຂອງ​ໃຕ້​ໃຕ້  ຊອກ​ຄົ້ນສ້າງ​ກົນ​ໄກ​ຮ່ວມ​ກັນ​ຕ້ານ​ຄວາມ​ສ່ຽງ​ຊະນິດ​ຕ່າງໆ  ສາມ  ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການພັດທະນາຕົນ​ເອງ  ກຳ​ນົກ​ເສັ້ນທາງ​ພັດທະນາ​ທີ່​ສອດ​ຄ່ອງ​ກັບສະພາບ​ແຫ່ງ​ຊາດ​ຂອງໃຜ​ບາ​ວ  ສີ່  ຊຸກຍູ້​ການ​ສົນທະນາ​​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​​ເຫນືອ​ໃຕ້  ຊຸກຍູ້​ໃຫ້​​ເສດຖະກິດ​ທົ່ວ​ໂລກ​ຂະຫຍາຍຕົວ​ອອກ​ຢ່າງ​ປາ​ດ​ໃສ.

   ທ່ານ​ເຈິ່​ງ​ເຜີຍ​ອຽນ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ປະ​ເທດ​ພວມ​ພັດທະນາ​ອັນ​ໄພສານ​ທີ່ສະຫນັບສະ​ຫນູນລັດຖະບານ​ຈີນ​​​ໃນ​​ເວລາດົນ​ນານ​ມາ​ນີ້  ທ່ານ​ຊົມ​ເຊີຍ​ຜູ່​ນຳ​​ແລະ​ນັກທຸລະກິດ​ທີ່​ຮ່ວມ​ປະຊຸມມາ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຄ້າ​​ແລະຮ່ວມ​ມື​​ໃຕ້​ໃຕ້​ຄັ້ງ​ປະຖົມມະ​ເລີກ​ທີ່​ຕົກລົງ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້ຢູ່​ປັກ​ກິ່ງ



ວັນທີ 15 ມີຖຸນາ,ທ່ານເຈີນເພີນຢານພົບປະນາຍົກລັດຖະມົນຕີຢາມາຍກາ



ທ່ານເຈີນເພີຍຢານພົບປະຮອງປະທານາທິບໍດີຜູ້ທີໜຶ່ງຂອງອັຟການີສະຖານ



ທ່ານເຈີນເພີຍຢານພົບປະລັດຖະມົນຕີການຕ່າງປະເທດປາກີສະຖານ