ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Apr 25th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-16 17:00:03    
ນັກຮຽນ​ແລະ​ຄູ​ທີ່​ຖືກ​ຈີ້​ຢູ່​ເມືອງ​​ຊຽມ​ລຽບ​ກຳປູ​ເຈຍ​​ໄດ້​ຖືກ​ປ່ອຍຕົວ​ສ່ວນ​ໜຶ່ງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ມິຖຸນາ, ຢູ່​ພະນົມ​ເປັນ, ທ່ານຄຽວ ກາ​ນາ​ລັດ ​ໂຄສົກ​ລັດຖະບານ​ກຳ​ປູ​ເຈຍ​ກ່າວ​ວ່າ, ຄົນ​ຮ້າຍ​​ບັງ​ໜ້າ​ໄດ້​ປ່ອຍ​ຄູ​ແລະ​ນັກຮຽນ20 ກວ່າ​ຄົນທີ່​ຖືກ​ຈີ້​​ຢູ່​ໂຮງຮຽນ​ສາກົນ​ເອກະ​ຊົນ​ແຫ່ງ​ໜຶ່ງ​ໃນນະຄອນ​​ຊຽມລຽບກຳປູ​ເຈຍ​ໃນ​ຕອນ​ເຊົ້າວັນ​ທີ 16 , ປັດຈຸບັນ, ຍັງ​ມີ​ຄູ​ແລະ​ນັກຮຽນ​ປະມານ 40 ຄົນ​ຖືກ​ຈື້ຕົວ​ຢູ່​ໃນ​ໂຮງຮຽນ, ​ຕຳຫລວດ​ກຳປູ​ເຈຍ​ໄດ້​ປິດ​ອ້ອມ​ໂຮງຮຽນ​ດັ່ງກ່າວ.

ຕາມ​ສະ​ເໜີ​ວ່າ, ປະມານ 9 ​ໂມງ​ເຄິ່ງຕອນ​​ເຊົ້າວັນ​ທີ 16 ມິຖຸນາ, ຄົນ​ຮ້າຍ​ບັງ​ໜ້າທີ່​ປະກອບ​ອາວຸດ 6 ຄົນ​ໄດ້​ບຸກ​ເຂົ້າ​ໂຮງຮຽນ​ສາກົນ​ເອກະ​ຊົນ​ແຫ່ງ​ໜຶ່ງ​ໃນ​ເມືອງຊຽມ​ລຽບ, ​ທັງ​ກັກ​ຂັງ​ຄູ​ແລະ​ນັກຮຽນ​ປະມານ 70 ຄົນເປັນ​ຕົວ​ປະກັນ. ຄົນ​ຮ້າຍ​​ທວງ​ໃຫ້​ອົງການ​ປົກຄອງ​ສະ​ໜອງ​ອາວຸດ​ຈຳນວນ​ໜຶ່ງ​ແລະ​ລົດຕູ້​ຄັນ​ໜຶ່ງ, ກ່າວ​ວ່າ, ຖ້າ​ບໍ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ແລ້ວ, ​ພວກ​ເຂົາ​ເຈົ້າຈະ​ຂ້າ​ຕົວ​ປະກັນຕາຍ. ປັດຈຸບັນ, ມີ​ຕົວ​ປະກັນ 20 ກວ່າ​ຄົນ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ. ຖະນະຄົນ​ຮ້າຍ​ປະກອບ​ອາວຸດ​ເຫຼົ່ານີ້ຍັງ​ບໍ່​ຮູ້​​ເທື່ອ. ​ຕຳຫລວດ​ແລະ​ຄົນ​ຮ້າຍ​ຍັງ​ຢູ່​ໃນ​ສະພາວະ​ເປັນ​ປໍ​ລະ​ປັກ​ກັນ, ບໍ່​ມີ​ການ​ລາຍ​ງານ​ວ່າ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ.



ວັນ​ທີ 16 ມິຖຸນາ, ຜູ້​ປ້ອງ​ກັນ​ຄວາມ​ປອດ​ໄພ​ກຳປູ​ເຈຍປ້ອງ​ກັນ​ຢູ່ປະຕູ​​ໂຮງຮຽນ​ສາກົນ​ເອກະ​ຊົນ​ທີ່​ເກີດ​ເຫດການ​ຈີ້​ຕົວ.
1  2  3  4  5  
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040