ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 09:54:44    
ນາຍົກ​ກຳປູ​ເຈຍ​ກ່າວ​ວ່າ​ເຫດ​ການ​ຕົວ​ປະ​ກັນ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອົງ​ການ​ກໍ່​ການ​ຮ້າຍ​ສາ​ກົນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ມິຖຸນາ ທ່ານ​ຮຸນ​ແຊນ ນາຍົກ​ລັດຖະ​ມົນຕີ​ກຳປູ​ເຈຍ​ໄດ້​ໃຫ້​ສຳພາດ​ວ່າ,​ເຫດການ​ຈີ້​ຕົວ​ປະກັນ​ທີ່​ເກີດ​ຂຶ້ນຢູ່​ໂຮງຮຽນ​ສາກົນ​ສ່ວນ​ຕົວ​ໃນ​ເມືອງ​ຊຽມລຽບ ​ເມືອງ​ທ່ອງ​ທ່ຽວ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ກຳປູ​ເຈຍ​ໃນ​ວັນ​ທີ 16 ມິຖຸນາ​ນັ້ນ​ແມ່ນ​ຄະດີ​ອາຍາ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ອົງການ​ກໍ່​ການ​ຮ້າຍ​ສາກົນ. ທ່ານ​ຮຽກຮ້ອງ​ໃຫ້​ພະ​ແນ​ກທີ່​ກ່ຽວຂ້ອງ​ເພີ່ມ​ຄວາມ​ແຮງ​ຄວບ​ຄຸມ​ຄວາມ​ສະຫງົບ​ທາງ​ສັງຄົມ.


ຕອນ​ເຊົ້າວັນ​ທີ 16 ມິຖຸນາ ພວກ​ຈໍລະ​ຈັດ 4 ຄົນ​ໄດ້​ບຸກ​ເຂົ້າ​ໂຮງຮຽນ​ສາກົນ​ສ່ວນ​ຕົວ​ຫຼັງ​ໜຶ່ງ​ຢູ່ເມືອງ​ຊຽມລຽບ,ຈັບ​ເອົາ​ຄູ​ແລະ​ນັກຮຽນ​ປະມານ 70 ຄົນ​ເປັນ​ຕົວ​ປະກັນ. ​ເຫດການ​ນີ້​ໄດ້​ສືບ​ເນື່ອງ 5 ຊົ່ວ​ໂມງ​ປາຍ,​ຈໍລະ​ຈັດ 4 ຄົນ​ນີ້​ຖືກ​ຈັບ​ໝົດ,​ແຕ່​ເດັກ​ຊາຍ​ກາ​ນາ​ດາ​ຜູ້​ໜຶ່ງ​​ຖືກ​ພວກ​ຈໍລະ​ຈັດ​ຂ້າ​ຕາຍ.

1  2  3  4  5  6  7  8