ທ່ານຊາລອນເວົ້າວ່າການຖອນອອກຈາກແຖບກາຊາແມ່ນເພື່ອປັບປຸງການຄວບຄຸມເຂດທີ່ມີຄວາມໝາຍຍຸດທະສາດ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 16 ມິຖຸນາ ຢູ່ເຢລູຊາເລັມ ທ່ານຊາລອນ ນາຍົກລັດຖະມົນຕີອິສຣາແອນເວົ້າວ່າ,ອິສຣາແອນຖອນອອກຈາກແຖບກາຊາແມ່ນເພື່ອປັບປຸງການຄວບຄຸມເຂດທີ່ມີຄວາມໝາຍຍຸດທະສາດສຳຄັນເຊັ່ນເຢລູຊາເລັມ,ກາລີລີແລະເນເກັບເປັນຕົ້ນ.
ຂ່າວແຈ້ງວ່າ,ວັນທີ 16 ມິຖຸນາ ທ່ານຊາລອນໄດ້ໃຫ້ສຳພາດວ່າ,ມີຄົນເວົ້າວ່າການຖອນອອກແຖບກາຊາກໍແມ່ນປະລະລັດທິຟື້ນຊາດຢິວ,ທ່ານບໍ່ຮັບເຫັນດີນຳການຕິຕຽນແນວນີ້. ກົງກັນຂ້າມ,ທ່ານເຫັນວ່າ,ການກະທຳດັ່ງກ່າວແມ່ນເພື່ອເສີມສ້າງລັດທິຟື້ນຊາດຢິວ,ຄວບຄຸມເຂດທີ່ສຳຄັນກວ່າຈຳນວນໜຶ່ງເຊິ່ງລວມທັງກາລີລີເປັນຕົ້ນໃຫ້ດີກວ່າເກົ່າ.
|
|