ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-20 14:03:17    
ສານພິ​ເສດ​ຂອງ​ອີ​ຣັກ​ປະ​ກາດ​ກະ​ແສັດ​ວິ​ດີ​ໂອ​ທີ່​ສືບ​ສວນ"ທ່ານ​ອາ​ລີ​ເຄ​ມີ"

cri Author: li
ຕາມ​ຂ່າວ CRI: ວັນ​ທີ 19 ມິຖຸນາ ສານພິ​ເສດ​ອີຣັກ​ໄດ້​ປະກາດ​ກະ​ແສັດ​ວິ​ດີ​ໂອ​ທີ່​ສືບສວນ​ທ່ານ​ອາລີ,ຮາ​ຊັນ ອານ ມາ​ຈິດ​ ນ້ອງ​ຊາຍ​​ແມ່​ດຽວ​ກັນ ພໍ່​ຕ່າງ​ກັນ​ຂອງ​ທ່ານ​ຊັດ​ດາມ ອະດີດ​ປະທານາ​ທິບໍດີ​ອີຣັກ​ທີ່​ຖືກ​ເອີ້ນ​ເປັນ​ອາລີ​ເຄມີ.

ນີ້​ແມ່ນ​ສານພິ​ເສດ​ປະກາດ​ກະ​ແສັດ​ວິ​ດີ​ໂອ​ທີ່​ຄ້າຍຄື​ກັນ​ເປັນ​ເທື່ອ​ທີ​ສາມ​​ໃນ​ເດືອນ​ນີ້,ສອງ​ມ້ວນ​ກ່ອນ​ແມ່ນ​ກະ​ແສັດ​ວິ​ດີ​ໂອ​ທີ່​ສືບສວນ​ທ່ານ​ຊັດ​ດາມ​ແລະ​ເຈົ້າໜ້າ​ທີ່​ຊັ້ນສູງ.

ທ່ານ​ອາລີ ຮາ​ຊັນ ອານ ມາ​ຈິດ​ຖືກ​ຈັບ​ຕົວ​ໃນ​ວັນ​ທີ 21 ສິງຫາ​ປີ 2003,​ທ່ານ​ຖືກ​ຟ້ອງ​ວ່າ​ສັ່ງ​ໃຫ້​ໃຊ້​ອາວຸດ​ເຄມີ​ປາບປາມ​ຊາວ​ເຄິດ,​ແລະ​ໄດ້​ເຂົ້າຮ່ວມ​ເຫດການ​ໃຊ້​ອາຍ​ພິດ​ຂ້າ​ຊາວ​ເຄິດ 5000 ຄົນ​ຢູ່​ຮາ​ລາບ​ຈາ ​ເມືອງ​ເຄິດ​ໃນ​ປີ 1988.