ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-26 17:11:14    
ຜູ້ນຳ​ຣີບັງ​ພົບ​ປະ​ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 25 ມິຖຸ​ນາ ຢູ່​ເບ​ລຸດ ທ່ານ​ລາ​ຮູດ ປະທາ​ນາ​ທິບໍດີ​ຣີບັງ ທ່ານ​ມີ​ກາ​ທິ ນາຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ເຝົ້າ​ຮັກ​ສາ​ແລະ​ທ່ານ​ບາຣີ ອະດີດ​ປະທານ​ສະພາ​ແຫ່ງ​ຊາດ​ຕ່າງ​ໄດ້​ພົບ​ປະ​ທ່ານ​ລີ​ຈ້າວ​ຊິງ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄປ​ຢ້ຽມ​ຢາມ.

​ໃນ​ການ​ພົບ​ປະ ຜູ້ນຳ​ຝ່າຍ​ຣີບັງ​ລ້ວນ​ແຕ່​ເວົ້າວ່າ,​ຝ່າຍ​ຣີບັງ​ຂອບ​ອົກ​ຂອບ​ໃຈ​ນຳ​ຈີນ​ທີ່​​ໄດ້​ສະ​ໜັບ​ສະໜູນ​ພາ​ລະກິດ​ອາ​ລັບ​ແລະ​ປະຊາຊົນ​ອາ​ລັບ ​ເຊິ່ງ​ລວມ​ທັງ​ປະ​ຊາຊົນ​ຣີບັງ​​ໃນ​ເວລາ​ຍາວ​ນານ,​ຣີບັງ​ຈະ​ຍຶດ​ໝັ້ນ​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ,​ພ້ອມ​ກັນ​ນັ້ນ ກໍ​ຫວັງ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຈີນໃນ​ຂົງ​ເຂດ​ການ​ເມືອງ ​ເສດ​ຖະກິດ​ແລະ​ວັດທະ​ນະທຳ​ເປັນຕົ້ນ.

ນອກ​ນີ້ ສອງ​ຝ່າຍ​ເປັນ​ເອກະ​ສັນ​ກັນ​​ເຫັນ​ວ່າ,ຄວນ​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ​ບົນ​ພື້ນ​ຖານ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະຫະ​ປະຊາ​ຊາດ​ແລະ​ຫຼັກ​ການ​ທີ່​ເອົາ​ດິນ​ແດນ​​ແລ​ກ​ແປງ​ສັນຕິ​ພາບ.