ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-27 14:40:28    
ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ໄດ້​ຕິດ​ຕໍ່​ກັບ​ກອງ​ປະ​ກອບ​ອາ​ວຸດ​ຕ້ານ​ລັດ​ຖະ​ບານ​ຂອງ​ອີ​ຣັກ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 26 ມິຖຸນາ ທ່ານ​ລາມສ໌ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຢືນຢັນ​ຂ່າວ​ກ່ຽວ​ກັບ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ເຈລະຈາກັບ​ຜູ້ຕາງ​ໜ້າ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ຂອງ​ອີຣັກ​ໂດຍ​ທາງ​ລັບ,ກ່າວ​ວ່າ,ນີ້​ແມ່ນ​ຄວາມ​ພະຍາຍາມ​ຂອງ​ອາ​ເມ​ລິ​ກາ​ເພື່ອ​ຊ່ອຍ​ລັດຖະບານ​ອີຣັກ​ກ້າວ​ເຖິງ​ຂັ້ນ​ປອງ​ດອງ​ກັນ​ກັບ​ບັນດາ​​ຝ່າຍທີ່​ຕ້ານ​ລັດຖະບານ.

ວັນ​ທີ 26 ມິຖຸນາ ອົງການ​ຈີ​ຮັດ ສາ​ຂາ​ຂອງ​ອົງການ​ອານ​ເຄດາ​ທີ່​ຢູ່​ອີຣັກ​ໄດ້​ອອກ​ຖະ​ແຫຼງການ​ໂດຍ​ຜ່ານ​ອິນ​ເຕີ​ເນັດ,ເຕືອນ​ໃຫ້​ກອງ​ປະກອບ​ອາວຸດ​ທີ່ຕ້ານ​ອາ​ເມ​ລິ​ກາອື່ນໆ​ຂອງ​ອີຣັກ​ຢ່າ​ເຈລະຈາ​ກັບ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ.

ນອກ​ນີ້ ຂ່າວ​ແຈ້ງວ່າ,ວັນ​ທີ 26 ມິຖຸນາ ຢູ່​ໂມ​ຊູນ ​ເມືອງ​ພາກ​ເໜືອ​ອີຣັກ​ພ້ອມ​ເຂດ​ອ້ອມ​ແອ້ມ,​ໄດ້​ເກີດ​​ເຫດການ​ລະ​ເບີດ 3 ລາຍ,ຢ່າງ​ໜ້ອຍ​ເຮັດ​ໃຫ້ 36 ຄົນ​ເສຍ​ຊີວິດ,ອີກ​ຫຼາຍຄົນ​ບາດ​ເຈັບ. ສາຂາ​ຂອງ​ອົງການ​ອານ​ເຄດາ​ທີ່​ຢູ່​ອີຣັກ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,ຮັບຜິດຊອບ​ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ດັ່ງກ່າວ.