|
 |
(GMT+08:00)
2005-06-27 15:15:30
|
ອິສລະແອນປະກາດຂໍ້ກຳນົດໃໝ່ກ່ຽວກັບການໃຊ້ອາວຸດໃນເວລາຖອນອອກແຕ່ຝ່າຍດຽວ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 26 ມິຖຸນາ ຕຳຫຼວດອິສລະແອນໄດ້ປະກາດຂໍ້ກຳນົດໃໝ່ກ່ຽວກັບການໃຊ້ອາວຸດໃນເວລາປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ,ທວງໃຫ້ຕຳຫຼວດແລະທະຫານໃຊ້ອາວຸດໄດ້ມີແຕ່ໃນເວລາຖືກຂົ່ມຂູ່ເຖິງຊີວິດທໍ່ນັ້ນ.
ຕາມວິທະຍຸອິສລະແອນລາຍງານວ່າ,ອີງຕາມຂໍ້ກຳນົດດັ່ງກ່າວ,ຕຳຫຼວດແລະທະຫານທີ່ປະຕິບັດການເຄື່ອນໄຫວຖອນອອກ ຖ້າຫາກຮ່າງກາຍຖືກຂົ່ມຂູ່ແລ້ວ,ຄວນກ່າວເຕືອນທາງປາກເປົ່າກ່ອນ,ແລ້ວຍິງປືນໃສ່ທ້ອງຟ້າເພື່ອສະແດງຄວາມກ່າວເຕືອນ.ຖ້າວ່າເປັນແນວນີ້ຍັງຖືກຂົ່ມຂູ່, ຕຳຫຼວດແລະທະຫານຈຶ່ງສາມາດຍິງປືນໃສ່ຂາຫຼືແຂນຂອງຝ່າຍກົງກັນຂ້າມ.
ກ່ຽວກັບບັນຫານີ້,ໂຄສົກຂອງຜູ້ຕັ້ງຖິ່ນຖານຢູ່ກາຊາເຫັນວ່າ,ຈຸດປະສົງຂອງລັດຖະບານທີ່ປະກາດຂໍ້ກຳນົດໃໝ່ສະບັບນີ້ ແມ່ນຖືການປະທ້ວງຂອງຜູ້ຕັ້ງຖິ່ນຖານເປັນການກະທຳທີ່ຜິດກົດໝາຍ.
|
|
|