ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-29 13:53:49    
ນາຍົກປາ​ເລັສຕີນທວງ​ໃຫ້​ມວນ​ຊົນ​ສົມທົບ​ການ​ເຄື່ອນ​ໄຫວ​ຖອນ​ທະຫານ​ຂອງ​ອິສລາ​ແອນ

cri

ຕາມ​ຂ່າວCRI   ວັນ​ທີ 28 ມິຖຸນາ ຢູ່​​ເມື​ອງກາຊາ  ທ່ານ​ຄູ​ໄລ  ນາຍົກລັດຖະມົນຕີ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ໄດ້​ອອກ​ຖະ​ແຫຼ​ງ ການ  ທວງ​ໃຫ້ມວນ​ຊົນ​ປາ​ເລັສຕີນ​ສົມທົບ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ທີ່​ອິສລາ​ແອນ​ຈະເລີ່​ມປະຕິບັດ​ແຕ່​ກາງ​ເດືອນ​ສິງຫາ​ເປັນ​ຕົ້ນ​ໄປ  ຮັບປະ ກັນຝ່າຍ​ອິສລາ​ແອນ​ຖອນ​ທະຫານ​ຢ່າງ​ສະດວກ


ພ້ອມ​ກັນ​ນັ້ນ  ທ່ານ​ຄູ​ໄລ​​ໄດ້​ປະກາດ​ວ່າ  ​ແຕ່​ມື້​ນີ້​ຮອດ​ມື້​ສິ້ນ​ສຸດ​ແຜນການ​ຖອນ​ທະຫານ​ຂອງ​ອິສລາ​ແອນ   ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ຈະ​ຕົກ​ຢູ່​ໃນ​ສະພາວະ​ສຸກ​ເສີນ  ​  ​ແກ່ຍາວ​ໂມງ​ເວລາ​ເຮັດ​ການ​ຢູ່​ແຖບ​ກາຊາ  ​ແລະ​ກຽມພ້ອມ​​ເປັນ​ຢ່າ​ງດີ​ໃນ​ດ້ານ​ພະລາທິການ  ​ເຕັກນິກ​ແລະ​ກົດຫມາຍ​


ນອກ​ນີ້  ຂ່າວ​ແຈ້ງວ່າ   ວັນ​ທີ 28 ມິຖຸນາ   ທະຫານ​ອິສລາ​ແອນ​ຜູ່​ຫນຶ່ງ​ໄດ້​ຖືກ​ຕັດສິນຈຳ​ຄຸກ​ 56 ມື້​ຍ້ອນ​ປະຕິ​ເສດ​ບໍ່ປະຕິບັດ​ຄຳ​ສັ່ງ​ມ້າງ​ເຮືອນ​ຈຸດ​ຕັ້ງ​ຖິ່ນ​ຖານຢູ່​ແຖບ​ກາຊາ     ​ໃນ​ມື້​ດຽວ​ກັນ  ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສລາ​ແອນ​ໄດ້​ກ່າວ​ປະນາມ​ການ​ກະທຳ​ຂອງ​ທະຫານ​ບາງ​ຄົນ​ທີ່​ປະຕິ​​ເສດ​ບໍ່ປະຕິບັດ​ຄຳ​ສັ່ງ​ຖອນ​ທະຫານ