ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-30 10:55:38    
ບຸກ​ຄົນ​ນິ​ກາຍ​ຊຸນ​ນິດ​ອີ​ຣັກ​ກ່າວ​ວ່າ​ອົງ​ການ​ຕໍ່​ຕ້ານ​ອີ​ຣັກ​ໄດ້​ວາງ​ເງື່ອນ​ໄຂ​ກ່ຽວ​ກັບ​ການ​ຈັດ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ

cri

ຕາມ​ຂ່າວCRI: ວັນ​ທີ 29 ມິຖຸນາ, ທ່ານ ອາ​ຢາມ ​ໂອຊາ​ມາ​ລາ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ໄຟ​ຟ້າ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ເວົ້າ​ວ່າ, ອົງ​ການ​ຕໍ່ຕ້ານ​ອີຣັກ​ໄດ້​ວາງ​ເງື່ອນ​ໄຂ​ກ່ຽວ​ກັບ​ການ​ເຈລະຈາ​ສັນ​ຕິ​ພາບ​ກັບ​ອາ​ເມ​ລິ​ກາ​​ແລະ​ລັດ​ຖະ​ບານ​ຂ້າມ​ຜ່ານ​ອີ​ຣັກ, ທວງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາຈົ່ງ​ມີ​ຈິງ​ໃຈ​ຕໍ່ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ພ້ອມ​ທັງ​​ຮັບ​ປະກັນ​ຄວາມ​ປອດ​ໄພ​ຂອງ​ອົງ​ການ​ຕໍ່ຕ້ານ​ອີຣັກ.

ທ່ານ ​ໂອຊາ​ມາລາ​ເວົ້າ​ວ່າ, ​ອົງ​ການ​ຕໍ່​ຕ້ານ​ຂອງ​ອີຣັກທວງ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີ​ຣັກ​ພາຍ​ໃນ​ເວ​ລາ1​ປີຫາ3​ປີ, ຍຸບ​ອົງການ​ປະກອບ​ອາ​ວຸດ​ຂອງ​ພັກ​ຝ່າຍ​ທັງໝົດ​ແລະ​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທັງ​ໝົດ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ທວງ​ໃຫ້​ອາ​​ເມ​ລິ​ກາ​ຍົກ​ເລີກ​ການ​ຕົກລົງ​ທັງ​ໝົດ​ຂອງທ່ານ​ເບຼ​ເມີ​ ອະດີດ​ຜູ່​ວ່າການ​ສູງ​ສຸດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​, ປ່ອຍ​ຊາວ​ອີຣັກທີ່​ຖື​ກັກ​ຂັງ​ເປັນ​ຕົ້ນ, ​ແລະ​ຫວັງ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ແລະ​ສະຫະພາບ​ເອີ​ລົບ​ເຂົ້າ​ຮ່ວມ​ວຽກ​ງານ​ສ້າງສາ​ອີຣັກຄືນ​ໃໝ່​ຫຼາຍ​ກວ່າ​ເກົ່າ.