ຕາມຂ່າວ CRI: ວັນທີ 3 ກໍລະກົດ ຢູ່ເມືອງໂນໂວຊີເບີສຄ໌,ທ່ານຫູຈິນທາວ ປະທານປະເທດຈີນທີ່ພວມຢ້ຽມຢາມຣັດເຊຍທາງລັດຖະກິດໄດ້ສົນທະນາກັບຜູ້ຮັບຜິດຊອບເຂດສະຫະພັນຊີເບລີ,ໄດ້ວາງຂໍ້ສະເໜີແລະເຈດຈຳນົງກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດຈີນຣັດເຊຍ.

ທ່ານຫູຈິນທາວເວົ້າວ່າ,ລັດຖະບານຈີນຕັ້ງໜ້າຊຸກຍູ້ໃຫ້ທ້ອງຖິ່ນສອງປະເທດຮ່ວມມືກັນໃນຫຼາຍຂົງເຂດ,ສົ່ງເສີມໃຫ້ສອງຝ່າຍເພີ່ມທະວີການໄປມາຫາສູ່ກັນດ້ານບຸກຄະລາກອນ,ຈຸດປະສົງກໍແມ່ນເພື່ອເສີມຂະຫຍາຍທ່າແຮງຂອງໃຜລາວ,ຕ່າງຝ່າຍຕ່າງມີຜົນປະໂຫຍດ,ເພີ່ມຄວາມເຂົ້າໃຈກັນແລະມິດຕະພາບຕໍ່ກັນ,ໃຫ້ພັດທະນາແລະຈະເລີນຮຸ່ງເຮືອງນຳກັນ. ທ່ານຫູຈິນທາວຍັງໄດ້ວາງຂໍ້ສະເໜີ 4 ຂໍ້ເຊັ່ນເສີມຂະຫຍາຍທ່າແຮງຂອງໃຜລາວ,ເພີ່ມທະວີການຕິດຕໍ່ພົວພັນກັນ,ເປີດກວ້າງຂົງເຂດຮ່ວມມືແລະເປີດກວ້າງຕະຫຼາດທີ່ໄຂຕໍ່ພາຍນອກເປັນຕົ້ນ.

ໃນການເຈລະຈາ ຜູ້ຮັບຜິດຊອບເຂດສະຫະພັນຊີເບລີແລະຜູ້ນຳແຂວງເຮີລົງຈຽງແລະເຂດມົງໂກໃນປົກຄອງຕົນເອງຂອງຈີນຕ່າງໄດ້ແນະນຳໝາກຜົນໃໝ່ທີ່ຝ່າຍທ້ອງຖິ່ນຂອງສອງປະເທດໄດ້ຮັບໃນການຮ່ວມມືໃນຫຼາຍປີມານີ້,ໄດ້ສະແດງຄວາມປາຖະໜາອັນແຮງກ້າທີ່ຢາກຮ່ວມມືກັນ,ແລະໄດ້ວາງຂໍ້ສະເໜີຮ່ວມມືຫຼາຍຂໍ້.
|