ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-03 18:57:27    
ທ່ານ​ຫູ​ຈິນ​ທາວ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຣັດ​ເຊຍ,​ຈີນ​ຣັດ​ເຊຍ​ອອກ​ປະ​ກາດ​ແຈ້ງ​ການ​ຮ່ວມ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 3 ກໍ​ລະ​ກົດ ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຣັດ​ເຊຍ​ທາງ​ລັດ​ຖະກິດ,​ແລ້ວ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກາ​ຊັກ​ສະ​ຕັງ​ທາງ​ລັດ​ຖະ​ກິດ. ​ກ່ອນ​ອອກ​ຈາກ​ຣັດ​ເຊຍ,​ຈີນ​ຣັດ​ເຊຍ​ໄດ້​ອອກ​"ປະ​ກາດ​ແຈ້ງ​ການ​ຮ່ວມ​ຈີນ​ຣັດ​ເຊຍ".

"ປະກາດ​ແຈ້ງ​ການ​ຮ່ວມ​ຈີນຣັດ​ເຊຍ"​ໄດ້​ສະຫຼຸບໝາກຜົນ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ຈີນຣັດ​ເຊຍ​ແຕ່​ປະມຸກ​ລັດ​ສອງ​ປະ​ເທດ​ພົບ​ປະກັນ​​​ໃນເດືອນ​ຕຸລາ​ປີ​ກາຍ​ເປັນຕົ້ນມາ,​ໄດ້​ບັນ​ລະ​ຍາຍ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ​ຢ່າງ​ກວ້າງຂວາງ​ລະຫວ່າງຈີນ​ກັບຣັດ​ເຊຍ​​ກ່ຽວ​ກັບ​ບັນຫາ​ສາກົນທີ່ສຳຄັນ​ແລະ​ວຽກ​ງາ​ນພາກ​ພື້ນ,ພ້ອມ​ດ້ວຍ​ໝາກຜົນ​ຕົວ​ຈິງ​ທີ່​ສຳຄັນ​ທີ່​ທ່ານ​ຫູ​ຈິນທາວ​​ໄດ້​ຮັບ​ໃນ​ການຢ້ຽມຢາມຣັດ​ເຊຍ​​ເທື່ອ​ນີ້​.

ປະກາດ​ແຈ້ງ​ການ​ຂຽນ​ວ່າ,ຣັດ​ເຊຍ​ຍຶດໝັ້ນຫຼັກການ​ຈີນ​ດຽວ,ຄັດຄ້ານ​ໄຕ້​ຫວັນ​ເຂົ້າຮ່ວມ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ຈັດຕັ້ງສາກົນອື່ນໆ​ທີ່​ມີ​ແຕ່​ປະ​ເທດ​ອະທິປະ​ໄຕຈຶ່ງ​ເຂົ້າຮ່ວມ​ໄດ້,ບໍ່​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ. ຝ່າຍ​ຈີນ​ກ່າວ​ລື້​ມວ່າ,​ເດັດດ່ຽວສະໜັບສະໜຸນ​ຄວາມ​ພະຍາຍາມ​ຂອງຣັດ​ເຊຍ​ໃນ​ການ​ຮັກສາ​ອະທິປະ​ໄຕ​ແລະ​ຄວາມ​ເປັນ​ເອກະ​ພາບ​ຂອງ​ຊາດ,​ໂຈ​ວຕີ​ລັດທິ​ແບ່ງ​ແຍກ​ແລະ​ລັດ​ທິກໍ່​ການ​ຮ້າຍ.

ຈີນຣັດ​ເຊຍ​ກ່າວ​ລື້​ມວ່າ,ຍຶດໝັ້ນ​ເປົ້າໝາຍ​ທີ່​ໃຫ້​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍ,ກ່າວ​ເນັ້ນວ່າ,ອົງການ​ສະຫະ​ປະຊາ​ຊາດ​ມີ​ບົດບາດ​ສຳຄັນ​ທີ່ບໍ່​ມີ​​ໃຜ​ເຂົ້າ​ແທນ​ໄດ້​ໃນ​ການ​ປົກ​ປັກຮັກສາ​ສັນຕິພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ໂລກ.